ທ່ານ ບັນທະລາ ນໍລະເສນ ຫົວໜ້າຫ້ອງການຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໃຫ້ຮູ້ວ່າ : ພາຍຫຼັງທີ່ໄດ້ເປີດປີທ່ອງທ່ຽວ ຢູ່ແຂວງຄໍາມ່ວນ ໃນປີ 2024 ທາງເມືອງເຊບັ້ງໄຟຂອງພວກເຮົາກໍ່ໄດ້ນໍາເອົາເນື້ອໃນຈິດໃຈດັ່ງກ່າວມາປຶກສາຫາລືກັບການນໍາຂອງເມືອງເຊິ່ງໄດ້ກໍານົດເອົາ 02 ກິດຈະກໍາເຂົ້າໃນປີທ່ອງທ່ຽວລາວ ຢູ່ຂັ້ນເມືອງຄື : ກິດຈະກໍາທີ 01 ຄືກິດຈະກໍາຫົດສົງພຣະອົງແສນ ຕິດພັນກັບຟ້ອນເສືອລາກຫາງບ້ານສັງຊົມການສະແດງສີລະປະວັນນະຄະດີ ຂອງນ້ອງນັກຮຽນ ມສ ບ້ານສັງກັບແຂ່ງຂັນກອງແຕ້-ກອງຈິງ.
ສ່ວນວ່າກິດຈະກໍາທີ 02 ແມ່ນໄດ້ກໍານົດເອົາບຸນປະເພນີເດືອນ 10 ເພັງຊ່ວງເຮືອຢູ່ອາງເກັບນໍ້າວັງວຽງ ພິທີ່ຕິດພັນກັບເທດສະການອາຫານເຊິ່ງຢູ່ໃນກິດຈະກໍາດັ່ງກ່າວນີ້ ກໍ່ໄດ້ກໍານົດເອົາໜ້າວຽກທີ່ຕິດກັບການທ່ອງທ່ຽວເປັນຕົ້ນການຊ່ວງເຮືອຂະໜາດ 12 ສີພາຍ, ຂີ່ເຮືອຊົມວິວບໍລິເວນອ່າງເກັບນໍ້າ , ຊົມການແຂ່ງຂັນກິລາບານສົ່ງ ແລະ ກິລາເປຕັງ .
ສໍາລັບ 02 ກິດຈະກໍາຫຼັກທີ່ໄດ້ກໍານົດໄວ້ນັ້ນເມືອງເຊບັ້ງໄຟແມ່ນໄດ້ປະຕິບັດສໍາເລັດຢູ່ 02 ກິດຈະກໍາຍ່ອຍຄື: ກິດຈະກໍາບຸນປະເພນີເດືອນ 10 ເພັງຊ່ວງເຮືອຢູ່ອາງເກັບນໍ້າວັງວຽງພິທີ່ຕິດພັນກັບເທດສະການອາຫານ ແລະ ການກິລາເຊິ່ງໄດ້ປະຕິບັດສໍາແລ້ວ .
ດ້ານການພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງເຊບັ້ງໄຟມີແຫຼ່ງທ່ອງທ່ຽວທັງໝົດ 20 ແຫ່ງ, ໄດ້ຈັດຕັ້ງປະຕິບັດຕົວຈິງ ຫຼື ເປີດບໍລິການນໍາໃຊ້ທ່ອງທ່ຽວໃນປະຈຸບັນມີ 03 ແຫ່ງເຊິ່ງໃນຈໍານວນ 03 ແຫ່ງນີ້ແມ່ນເປັນການທ່ອງທ່ຽວທາງດ້ານວັດທະນະທໍາ , ຈໍານວນ 17 ແຫ່ງແມ່ນແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ ໂດຍໃນຈໍານວນ 17 ແມ່ນຍັງບໍ່ມີການພັດທະນາເທົ່າທີ່ຄວນແມ່ນຢູ່ໃນໄລຍະການສໍາຫຼວດເກັບກໍາຂໍ້ມູນຂັ້ນເບື້ອງຕົ້ນ. ສໍາລັບໜຶ່ງໃນສາມແຫ່ງຂອງການທ່ອງທ່ຽວ ທາງດ້ານວັດທະນະທໍາແມ່ນການຫົດສົງພຣະອົງແສນ ຢູ່ບ້ານສັງໂດຍອໍານາດການປົກຄອງບ້ານພາຍໃນບ້ານ ແລະ ປະຊາຊົນຮ່ວມກັນພັດທະນາ , ບຸນປະເພນີເດືອນ 10 ເພັງຊ່ວງເຮືອຢູ່ອາງເກັບນໍ້າວັງວຽງພິ ແລະ ບຸນປີໃໝ່ລາວຢູ່ຫາດ ບ້ານຍາງຄໍາ. ໃນການໃຫ້ທຶນຮອນປະກອບສ່ວນສ້າງສ່ວນຫຼາຍແມ່ນທຶນຂອງປະຊາຊົນພາຍໃນບ້ານ ແລະ ການລະດົມທຶນຈາກພາກສ່ວນຕ່າງໆໃນການສ້າງເສັ້ນທາງເຂົ້າເຖິງຈຸດ ແລະ ການກໍ່ສ້າງທາງເບຕົງເຂົ້າວັດໂດຍໄດ້ມີການນໍາໃຊ້ທ່າແຮງທີ່ມີຢູ່ປະກອບສ່ວນເຂົ້າໃນການພັດທະນາບ້ານຂອງຕົນ .
ດ້ານການຄຸ້ມຄອງເຮືອນພັກ, ຮ້ານອາຫານ, ຮ້ານກິນ-ດື່ມຕ່າງໆຢູ່ຂັ້ນເມືອງເຊບັ້ງໄຟ ກໍ່ໄດ້ມີການຈັດຕັ້ງຄະນະກໍາມະການເຊິ່ງພາກສ່ວນກ່ຽວຂ້ອງ ກໍ່ໄດ້ລົງສົມທົບກັບເປົ້າໝາຍຜູ້ກິດຈະກໍາກ່ຽວກັບການທ່ອງທ່ຽວ ໂດຍໄດ້ນໍາເອົາເນື້ອໃນຈິດໃຈລະບຽບການຕ່າງໆລົງສົມທົບໂດຍສະເພາະແມ່ນໃນດໍາລັດເລກທີ 02 ເຊິ່ງໄດ້ລົງຊຸກຍູ້ບັນດາຫົວໜ່ວຍດັ່ງກ່າວໃຫ້ມີການປັບປຸງສະຖານທີ່ອາຄານ ໃຫ້ມີຄວາມພ້ອມໃນການຕ້ອນຮັບແຂກບ້ານ, ແຂກເມືອງພ້ອມກັນນັ້ນກໍ່ໃຫ້ຮັບປະກັນຄວາມປອດໄພ, ຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ. ປະຈຸບັນທົ່ວເມືອງມີເຮືອນພັກຢູ່ 03 ແຫ່ງ, ຫ້ອງແຖວມີ 02 ແຫ່ງ, ຮ້ານອາຫານ 02 ຮ້ານ, ຮ້ານກິນ-ດື່ມມີ 03 ຮ້ານ.
ທ່ານໄດ້ກ່າວຕື່ມວ່າ : ໃນຕໍ່ໜ້ານີ້ຄິດວ່າການພັດທະນາແຫຼ່ງທ່ອງທ່ຽວ ຢູ່ຂັ້ນເມືອງເຊບັ້ງໄຟ ເຊິ່ງຂໍສະເໜີມາຍັງອໍານາດການປົກຄອງ ແລະ ຜູ້ປະກອບການໃນທົ່ວສັງຄົມໃຫ້ເຫັນໄດ້ຄວາມສໍາຄັນໃນການຊຸກຍູ້ໃນການໃຫ້ທຶນຮອນ ຕໍ່ການພັດທະນາວຽກງານດັ່ງກ່າວນີ້ ແລະ ສຸມທຸກທ່າແຮງທີ່ມີເພື່ອເຮັດໃຫ້ວຽກງານທ່ອງທ່ຽວ ກາຍເປັນຂອງທົ່ວປວງຊົນຢ່າງຮອບດ້ານ ພ້ອມນັ້ນກໍ່ຕ້ອງໄດ້ມີຄວາມຮັບຜິດຊອບສູງ ດ້ານການຮັກສາໄດ້ຄວາມປອດໄພຂອງນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວພາຍໃນເມືອງ ໂດຍໃນທົ່ວສັງຄົມມີຄວາມຮັບຜິດຊອບຮ່ວມກັນ.
ທີ່ມາ: ເສດຖະກິດສັງຄົມ






