ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນອາທິດທີ່ຜ່ານມານີ້ ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ແຂວງສະຫວັນນະເຂດ ພ້ອມດ້ວຍການນຳເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຕິດຕາມ ເບິງການຜະລິດປູກພືດລະດູ ແລະ ການປູກເຂົ້ານາແຊງ ຂອງປະຊົນ ໃນ 6 ບ້ານ ແລະ 3 ກຸ່ມຜະລິດ ຢູ່ທີ່ເຂດຊົນລະປະທານອ່າງເກັບນ້ຳເຊສາລາລອງ ເມືອງທ່າປາງທອງ.
ຕາມການລາຍງານ ຂອງທ່ານ ໜູພີນ ບົວສີແກ້ວ ຫົວໜ້າ ຫ້ອງການ ກະສີກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານໃຫ້ຮູ້ວ່າ ພາຍຫຼັງໄດ້ ຊຸກຍູ້ ຊາວນາ ຊາວກະສີກອນ ເຂດຊົນລະປະທານອ່າງເກັບນ້ຳເຊສາລາລອງ ບົວລະບັດຮັກສາເຂົ້ານາແຊງ ໃນ 06 ບ້ານ 03 ກຸ່ມການຜະລິດ ຈໍານວນ 538 ຄອບຄົວ ເນື້ອທີ່ 868 ຮຕ. ປູກພຶດສຳຮອງລະດູແລ້ງ ທົ່ວເມືອງ: ປະຕິບັດໄດ້ 505,5 ຮຕ, ຂອງເນື້ອທີ່ແຜນການ 636,5 ຮຕ. ໃນນັ້ນມີ: ສາລີ 53,5 ຮຕ, ໝາກແຕງ 48,5 ຮຕ, ໝາກຖົ່ວຕ່າງໆ 53,3 ຮຕ, ໝາກເຂືອ 38 ຮຕ, ໝາກເຜັດ 41,5 ຮຕ, ໝາກບວບ 14,5 ຮຕ, ໝາກໂມ 24,2 ຮຕ, ໝາກເລັ່ນ 8,9 ຮຕ, ມັນດ່າງ 22,5 ຮຕ, ໝາກຫຸ່ງ 12,7 ຮຕ, ໝາກອຶ 16,7 ຮຕ, ພືດຜັກຕ່າງໆ 119,5 ຮຕ, ຂ່າ 5 ຮຕ, ສີໄຄ 5 ຮຕ. ເຂດອ່າງເກັບນ້ໍາຊົນລະປະທານເຊສາລາລອງ ເນື້ອທີ່ແຜນການ 91 ຮຕ: ປະຕິບັດໄດ້ 83,3 ຮຕ ເທົ່າກັບ 91,53% ໃນນັ້ນມີ: ສາລີ 7,5 ຮຕ, ໝາກແຕງ 5,5 ຮຕ, ໝາກຖົ່ວຕ່າງໆ 6,3 ຮຕ, ໝາກເຂືອ 5 ຮຕ, ໝາກເຜັດ 5,5 ຮຕ, ໝາກອຶ 3,7 ຮຕ, ໝາກບວບ 3,5 ຮຕ, ໝາກໂມ 5,2 ຮຕ, ໝາກເລັ່ນ 1,9 ຮຕ, ມັນດ່າງ 5,5 ຮຕ, ໝາກຫຸ່ງ 3,2 ຮຕ, ພືດຜັກຕ່າງໆ 17,7 ຮຕ, ຂ່າ 1 ຮຕ, ສີໄຄ 1 ຮຕ ແລະ ການປູກມັນຕົ້ນ ໄດ້ 85 ຮຕ. ນອກຈາກນີ້ຍັງໄດ້ຊຸກຍູ້ການລ້ຽງສັດ ພ້ອມທັງ ເຄື່ອນໄຫວສັກຢາປ້ອງກັນພະຍາດສັດລ້ຽງ ຂອງພໍ່ແມ່ປະຊາຊົນຢູ່ໃນເຂດບ້ານໂນນຈານ, ເຂດໜອງກັນ, ເຂດເຊປ໋ອງ, ເຂດເຊກື ແລະ ເຂດພູມະລີ ແລະ ເຄື່ອນໄຫວກວດກາສັດກ່ອນຂ້າ, ກວດກາອະນາໄມຊີ້ນ ປະເພດ: ຄວາຍ, ງົວ,ໝູ ເປັນຕົ້ນ ແລະ ຍັງໄດ້ສຶບຕໍ່ຊຸກຍູ້ຊາວນາ ຊາວກະສີກອນເຂດຊົນລະປະທານເຊສາລາລ໋ອງ ບົວລະບັດຮັກສາເຂົ້ານາແຊງ ແລະເຝົ້າລະວັງແມງໄມ້ສັດຕູພຶດ. ສຶບຕໍ່ສະໜອງນ້ຳໃຫ້ກຸ່ມຊາວນາ 06 ບ້ານ 03 ກຸ່ມການຜະລິດ ເຂດຊົນລະປະທານເຊສາລາລອງ ເພື່ອເຮັດການຜະລິດລະດູແລ້ງປູກເຂົ້ານາແຊງ ສົກປີ 2022 -2023 ເປັນປົກກະຕິ.