ອີງຕາມຂໍ້ມູນຈາກກອງປະຊຸມປະເມີນເກັບກຳຂໍ້ມູນວຽກງານສະຖິຕິຂອງຂະ ແໜງ ຖວທ ແຂວງໄຊສົມບູນ ປະຈຳປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ທົ່ວແຂວງມີແຫ່ຼງທ່ອງທ່ຽວທັງໝົດ 75 ແຫ່ງ, ສະເພາະປີນີ້, ນັບແຕ່ຕົ້ນປີມາຮອດປັດຈຸບັນ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວຊົມພາຍ ໃນແຂວງແລ້ວ 24.202 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 399.360 ໂດລາສະຫະ ລັດ ເທົ່າກັບ 120% ຂອງແຜນການປີ.
ສໍາລັບແຂວງໄຊສົມບູນ, ປັດຈຸບັນ ກໍາລັງກະກຽມຈັດງານສະເຫຼີມສະຫຼອງປີທ່ອງ ທ່ຽວລາວ 2024 ຕິດພັນກັບການສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ພຸດທະພິເສກຮູບປັ້ນຫຼໍ່ເຈົ້າອະນຸວົງ ລະຫວ່າງວັນທີ 28 ພະຈິກ ຫາ ວັນທີ 3 ທັນວາ 2024 ເຊິ່ງຈະມີຫລາຍກິດຈະກໍາເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການສະແດງສິລະປະ-ວັນນະຄະດີຈາກກະຊວງປ້ອງກັນປະເທດ, ການສະແດງກາຍະ ສິນຂອງກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ງານຕະຫຼາດກາງຄືນ, ການວາງສະແດງສິນຄ້າຫັດຖະກຳ, ກະສິກຳ, ເທສະການອາຫານ, ກິດຈະກໍາງົວຊົນງົວ, ຕັ້ງກອງບຸນ ແລະ ຄົບງັນຫາເຈົ້າອະນຸວົງຕາມຮີດຄອງປະເພນີທີ່ ສວນສາທາລະນະກໍ້າເຈົ້າອະນຸວົງ, ໃສ່ບາດຖວາຍສັງຄະທານແດ່ພະສົງ 31 ອົງ, ພິທີທາງສາສະໜາສູດປະຣິຕະມຸງຄຸນທີ່ຫໍຫຼັກເມືອງ ປີທີ 3.
ນອກຈາກນີ້ ຍັງມີກິດຈະກໍາທ່ອງທ່ຽວ ເຊັ່ນ: ທ່ຽວຊົມແຫຼ່ງທ່ອງທ່ຽວທຳມະຊາດພູຫົວໂລ້ນ, ຖໍ້າເຈົ້າອະນຸວົງ, ວັງນໍ້າຂຽວ ແລະ ຂື້ນຊົມທິວທັດທຳມະຊາດພູເບ້ຍ ແລະ ອື່ນໆ.
ຂ່າວ: ວສລ
ພາບ: Minitrips






