ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີນີ້ ຢູ່ແຂວງຈໍາປາສັກ ມີໂຄງການລົງທັງໝົດ 226 ໂຄງການ ມູນຄ່າ 6.296,22 ຕື້ກີບ

Sep 9, 2024

ໃນບົດລາຍງານທີ່ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຈໍາປາສັກ ລາຍງານໃນໂອກາດທີ່ທ່ານ ເພັດ ພົມພີພັກ ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ໃນວັນທີ 6 ກັນຍາ 2024 ນີ້ ໄດ້ຍົກໃຫ້ເຫັນວ່າ: ປີ 2024 ແຂວງຈໍາປາສັກ ມີໂຄງ ການທັງໝົດ 226 ໂຄງການ (ມູນຄ່າລວມສະພາ 6.296,22 ຕື້ກີບ, ມູນຄ່າສັນຍາ 5.877,28 ຕື້ກີບ, ມູນຄ່າປະຕິບັດວຽກສຳເລັດ 4.153,48 ຕື້ກີບ), ໄດ້ຮັບງົບປະມານການລົງທຶນຂອງລັດ ປີ 2024 ຈາກກະຊວງ ແຜນການ ແລະ ການລົງທຶນ ທັງໝົດ 75,73 ຕື້ກວ່າກີບ ແລະ ໄດ້ຈັດສັນໃສ່ໂຄງການ ຈໍານວນ 226 ໂຄງການ.
ໃນນັ້ນປະກອບມີ: ໂຄງ ການສົມທົບທຶນຕ່າງປະເທດ ມີ 10 ໂຄງການ, ມູນຄ່າ 4.534,6 ລ້ານກີບ; ໂຄງ ການສືບຕໍ່ມີ 100 ໂຄງການ, ມູນຄ່າ 43.688,47 ລ້ານກີບ ແລະ ບ້ວງຈົດຮັບ-ຈົດຈ່າຍ 2 ໂຄງການ, ມູນຄ່າ 6 ຕື້ກີບ; ໂຄງການຊໍາລະໜີ້ສິນ ມີ 98 ໂຄງການ, ມູນຄ່າ 17.878,73 ລ້ານກີບ; ໂຄງການສະເໜີໃໝ່ ມີ 16 ໂຄງການ, ມູນຄ່າ 3.630 ລ້ານກີບ, ໂຄງການທີ່ສຳເລັດ ແລະ ສິ້ນສຸດ (ຕັດອອກຈາກບັນຊີ) ພາຍຫຼັງໄດ້ຊໍາລະຕາມແຜນປີ 2024 ແລະ ບ້ວງເງິນເກີນແຜນ ປີ 2023 ສາມາດຊໍາລະສໍາເລັດສິ້ນສຸດໂຄງການ ໄດ້ຈໍານວນ 34 ໂຄງການ, ໃນນັ້ນ: ໂຄງການປະເພດກໍ່ ສ້າງພື້ນຖານໂຄງລ່າງ 30 ໂຄງການ ແລະ ໂຄງການສົ່ງເສີມວິຊາການ 4 ໂຄງການ.
ພ້ອມກັນນີ້, ໄດ້ສຳເລັດການສ້າງແຜນການລົງທຶນຂອງລັດປີ 2025 ເບື້ອງຕົ້ນ, ສໍາເລັດການຈັດກອງປະຊຸມແນະນໍາກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງ ຄົມ ປີ 2025 ໃຫ້ບັນດາພະແນກການອ້ອມຂ້າງແຂວງ, ສໍາເລັດການຄົ້ນຄວ້າປະ ເມີນ ແລະ ຈັດເກດບົດສະເໜີໂຄງການ ປະຈໍາປີ 2024 ເພື່ອສະເໜີຈັດສັນເຂົ້າແຜນການລົງທຶນຂອງລັດ ປີ 2025, ສຳເລັດການສ້າງປື້ມຍຸດທະສາດການຍາດແຍ່ງທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ ຂອງແຂວງຈໍາປາສັກ ຮອດປີ 2030 ແລະ ຍຸດທະສາດການຮ່ວມມືຮອບດ້ານ ລະຫວ່າງ ແຂວງຈໍາປາສັກ ກັບ ບັນດາແຂວງ/ນະຄອນ ພາກກາງ-ພາກໃຕ້ ຂອງ ສສ ຫວຽດນາມ ຮອດປີ 2030 ແລະ ສໍາເລັດການລົງຊຸກຍູ້ຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການລົງທຶນ ຂອງລັດ ປະຈໍາປີ 2024 ໄດ້ທັງໝົດ 56 ໂຄງການ, ຊຶ່ງຜົນຂອງການລົງເຄື່ອນໄຫວຊຸກຍູ້ ເຫັນວ່າມີ 36 ໂຄງການ ໄດ້ຮັບຜົນກະທົບທາງດ້ານເສດຖະກິດ, ລາຄາວັດສະດຸມີການເໜັງຕີງ ຈິ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຢຸດການເຄື່ອນໄຫວ.
ສະເພາະ 6 ເດືອນຕົ້ນປີ 2024 ສາມາດກວດກາ ແລະ ຕິດຕາມ ບັນດາໂຄງ ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ຈໍານວນ 35 ໂຄງ ການ, ຄື: ມີຈໍານວນ 29 ໂຄງການ ທີ່ດໍາເນີນປົກກະຕິ ແລະ ມີປະສິດທິຜົນ ແລະ ປະກອບພັນທະຕໍ່ພາກລັດຢ່າງເປັນປົກກະຕິ, ທຶນຈົດທະບຽນເທົ່າກັບ 183 ລ້ານໂດ ລາ ແລະ ຈຳນວນ 6 ໂຄງການ ທີ່ຕ້ອງໄດ້ປັບປຸງຄືນແຜນດໍາເນີນໂຄງການໃຫ້ມີປະ ສິດທິພາບຂຶ້ນຕື່ມ ແລະ ສາມາດຍົກເລີກໃບທະບຽນສໍາປະທານ ໄດ້ 1 ໂຄງການ, ໂຄງການທີ່ບໍ່ມີປະສິດທິພາບ ແລະ ປະສິດທິຜົນ ບໍ່ປະຕິບັດໄປຕາມກົດໝາຍກຳນົດ, ສາມາດຍົກເລິກໃບອະນຸຍາດລົງທຶນໄດ້ 10 ໂຄງການ ແລະ ນໍາເນື້ອທີ່ດິນເຂົ້າມາໃນການຄຸ້ມຄອງຂອງພາກລັດ ຈຳນວນ 1.804 ເຮັກຕາ, ການລົງທຶນຂອງພາກເອກະ ຊົນພາຍໃນ ແລະ ຕ່າງປະເທດ ໃນ 6 ເດືອນຕົ້ນປີ 2024 ສາມາດອອກອະນຸຍາດລົງ ທຶນກິດຈະການສໍາປະທານ ໄດ້ທັງໝົດ 6 ໂຄງການ, ມູນຄ່າການອະນຸມັດ 81,42 ລ້ານໂດລາ ແລະ ໄດ້ສ້າງບັນຊີຮຽກການລົງທຶນ ຈໍານວນ 9 ໂຄງການ, ລວມເນື້ອທີ່ທັງໝົດ 2.834 ເຮັກຕາ ແລະ ສໍາເລັດການກະກຽມຂໍ້ມູນທີ່ເປັນພື້ນຖານໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2025.
ຂໍ້ມູນຈາກ: ກະຊວງ ຜທ
อาจเป็นรูปภาพของ ขอบฟ้า และ เมฆ