ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີນີ້ ລັດຖະບານສ້າງຄອບຄົວພົ້ນທຸກໄດ້ແລ້ວ 22.419 ຄອບຄົວ

Nov 21, 2024

ປີນີ້ ລັດຖະບານສ້າງຄອບຄົວພົ້ນທຸກໄດ້ແລ້ວ 22.419 ຄອບ ຄົວ
ໃນການດໍາເນີກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 21 ພະຈິກ 2024 ນີ້, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນລາຍງານບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິກອງປະ ຊຸມສະພາເເຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານສ້າງແຂວງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.
ທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດພົ້ນເດັ່ນຫລາຍດ້ານໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ໃນນີ້ ສະເພາະວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ໂດຍອີງຕາມທິດນໍາ 3 ສ້າງແມ່ນເງື່ອນໄຂສໍາຄັນຕໍ່ການກະຕຸກຊຸກຍູ້ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ເພາະວ່າທິດນໍາ 3 ສ້າງ ແມ່ນເນື້ອໃນສໍາຄັນທີ່ປຸກຄວາມຕື່ນຕົວ, ຄວາມເປັນເຈົ້າ ການຂອງປະຊາຊົນຂອງສັງຄົມ ໃນການພັດທະນາຊົນນະບົດ ແກ້ ໄຂຄວາມທຸກຍາກ ໂດຍສະເພາະການຈັດສັນໂຮມບ້ານນ້ອຍທີ່ບໍ່ມີເງື່ອນໄຂໃຫ້ ເປັນບ້ານໃຫຍ່ທີ່ເປັນຈຸດສຸມພັດທະນາ ສ້າງພື້ນ ຖານໂຄງລ່າງເຕັກນິກຮັບໃຊ້ການຜະລິດ ແລະ ອື່ນໆ.
ທ່ານໃຫ້ຮູ້ຕື່ມວ່າ: ໃນປີ 2024 ລັດຖະບານ ສາມາດສ້າງຄອບ ຄົວພົ້ນທຸກ ບັນລຸໄດ້ 22,419 ຄອບຄົວ ກວມ 64,05% ຂອງຄາດໝາຍທີ່ກຳນົດໄວ້ (35,000 ຄອບຄົວ), ສ້າງບ້ານພົ້ນທຸກ ປະຕິບັດໄດ້ 226 ບ້ານ ກວມ 45,20% ຂອງຄາດໝາຍທີ່ກຳ ນົດໄວ້ (500 ບ້ານ), ສ້າງເມືອງພົ້ນທຸກ ປະຕິບັດໄດ້ 5 ເມືອງ (ເມືອງຊົນນະບູລີ, ເມືອງທ່າປາງທອງ ແລະ ເມືອງອາດສະພອນ ແຂວງສະຫວັນນະເຂດ; ເມືອງຕຸ້ມລານ ແລະ ເມືອງຕະໂອ້ຍ ແຂວງ ສາລະວັນ), ກວມ 33,33% ຂອງຄາດໝາຍທີ່ກຳນົດໄວ້ (15 ເມືອງ), ສ້າງຄອບຄົວພັດທະນາ ປະຕິບັດໄດ້ 37,538 ຄອບຄົວ ກວມ 113,75% ປະຕິບັດໄດ້ລື່ນຄາດໝາຍ (33.000 ຄອບຄົວ), ສ້າງບ້ານພັດທະນາ ປະຕິບັດໄດ້ 314 ບ້ານ ກວມ 62,80% ຂອງຄາດໝາຍທີ່ກຳນົດໄວ້ (500 ບ້ານ).
ສໍາລັບສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ປະຕິບັດໄດ້ 12 ຈຸດ ກວມ 300% ປະຕິບັດໄດ້ລື່ນຄາດໝາຍ (4 ຈຸດ); ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ ສາມາດ ປະຕິບັດໄດ້ 348 ຄອບ ຄົວ ກວມ 80,36% ຂອງຄາດໝາຍສູ້ຊົນທີ່ກຳນົດໄວ້ (433 ຄອບຄົວ); ຈັດສັນທີ່ດິນທຳການຜະລິດໃຫ້ປະຊາຊົນໄດ້ 233 ກວມ 20,15% ຂອງຄາດໝາຍສູ້ຊົນທີ່ກໍານົດໄວ້ (1,156 ຄອບຄົວ; ຈັດສັນ ອາຊີບໄດ້ 1,156 ຄົນ ກວມ 25,26% ຂອງຄາດໝາຍສູ້ຊົນທີ່ກໍານົດໄວ້ (6,000 ຄົນ); ສ້າງເມືອງເຂັ້ມແຂງຮອບດ້ານ ສາມາດປະຕິບັດໄດ້ 3 ເມືອງ (ນະຄອນໄກສອນພົມວິ ຫານ, ເມືອງສອງຄອນ ແຂວງສະຫວັນນະເຂດ ແລະ ເມືອງຈໍາປາສັກ ແຂວງຈໍາປາ ສັກ) ກວມ 75% ຂອງຄາດໝາຍທີ່ກຳນົດໄວ້ (4 ເມືອງ); ຂະຫຍາຍກອງທຶນ ພັດທະ ນາຂັ້ນບ້ານ (ກອງທຶນ 500 ລ້ານກີບຕໍ່ເມືອງທຸກຍາກ) ສາມາດປະຕິບັດໄດ້ 3 ບ້ານ ກວມ 21,43% ຂອງຄາດໝາຍສູ້ຊົນທີ່ກຳນົດໄວ້ (14 ບ້ານ).