ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີນີ້ ລັດຖະບານ ຈະແກ້ໄຂຄອບຄົວພົ້ນທຸກໃຫ້ໄດ້ 35.000 ຄອບຄົວ

Jun 14, 2024

ປີ 2024 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດຕາມ 6 ທິດນຳ ແລະ 12 ທິດທາງ-ໜ້າທີ່ຈຸດສຸມ ທີ່ກຳນົດໄວ້ໃນຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 097/ກມສພ, ໂດຍສຸມໃສ່ຈັດຕັ້ງປະຕິບັດ 9 ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນຕົ້ນ ສ້າງຄອບຄົວພົ້ນທຸກ ໃຫ້ໄດ້ 35.000 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 500 ບ້ານ, ສ້າງເມືອງພົ້ນທຸກ ໃຫ້ໄດ້ 15 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 33.000 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 500 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງ ໃນຊົນນະບົດໃຫ້ໄດ້ 4 ຈຸດ, ສ້າງເມືອງ ເຂັ້ມແຂງຮອບດ້ານໃຫ້ໄດ້ 4 ເມືອງ, ຈັດສັນພູມລຳເນົາ ແລະ ບ່ອນຢູ່ອາໄສໜັ້ນຄົງຖາວອນ ໃຫ້ປະຊາຊົນໃຫ້ໄດ້ 400 ກວ່າຄອບຄົວ, ຈັດສັນເຂດທຳການຜະລິດ ໃຫ້ປະຊາຊົນໃຫ້ໄດ້ 1.000 ກວ່າຄອບຄົວ ແລະ ຈັດສັນອາຊີບໝັ້ນຄົງຖາວອນໃຫ້ປະຊາຊົນໃຫ້ໄດ້ 6.000 ຄົນ ແລະ ຂະຫຍາຍກອງທຶນ ພັດທະນາບ້ານ ບ້ວງ 500 ລ້ານກີບ ຕໍ່ເມືອງທຸກຍາກ ໃຫ້ໄດ້ 14 ບ້ານ.
ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2024 ວ່າ: ເພື່ອໃຫ້ບັນລຸຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດ ບາງວຽກງານຕົ້ນຕໍ ເປັນຕົ້ນ ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ ຂອງປະຊາຊົນ ໄປພ້ອມກັບການຈັດສັນພູມລຳເນົາ ແລະ ອາຊີບ; ປັບປຸງຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດຊົນນະບົດ, ຫ່າງໄກສອກຫລີກ, ເຂດລຽບ ຕາມຊາຍແດນ, ເຂດພື້ນຖານການປະຕິວັດເກົ່າ ໂດຍສະເພາະເສັ້ນທາງຄົມມະນາຄົມ ແລະ ສິ່ງສາທາລະນຸປະໂພກຕ່າງໆ; ປັບປຸງ ແລະ ຂະຫຍາຍລະບົບຕາຂ່າຍໄຟຟ້າ ແລະ ລະບົບໄຟຟ້າແສງຕາເວັນ ໄປສູ່ເຂດຊົນນະບົດ ໃນບ່ອນທີ່ມີເງື່ອນໄຂ, ພ້ອມກັບການສ້າງເງື່ອນໄຂດ້ານຕ່າງໆ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ ເຂົ້າໃນການຜະລິດ ແລະ ການດຳລົງຊີວິດ ຢ່າງມີປະສິດທິຜົນ; ປັບປຸງຕະຫລາດ ແລະ ການແລກປ່ຽນຊື້-ຂາຍສິນຄ້າ ຢູ່ເຂດຊົນນະບົດໃຫ້ເປັນລະບົບ; ຊຸກຍູ້ສົ່ງເສີມການເປີດຕະຫລາດນັດ ແລະ ການຊື້-ຂາຍ ແລກປ່ຽນສິນຄ້າ ຢູ່ເຂດຊຸມຊົນ ແລະ ເຂດຊາຍແດນໃຫ້ຫລາຍຂຶ້ນ; ສືບຕໍ່ຍູ້ແຮງ ການຜະລິດກະສິກຳ ຢູ່ເຂດຊົນນະບົດ ເປັນຕົ້ນ: ການປູກ -ການລ້ຽງ ຂອງປະຊາຊົນໃຫ້ເປັນຂະບວນຟົດຟື້ນ ແລະ ອື່ນໆ.
ມາຮອດປີ 2023 ຜ່ານມານີ້, ທົ່ວປະເທດຍັງເຫລືອຄອບຄົວບໍ່ພົ້ນທຸກຍັງເຫຼືອ 208.231 ຄອບຄົວ ກວມ 16,87% ຂອງຈໍານວນຄອບຄົວທັງໝົດ, ບ້ານບໍ່ພົ້ນທຸກຍັງເຫຼືອ 2.547 ບ້ານ ກວມ 30,31% ແລະ ເມືອງບໍ່ພົ້ນທຸກຍັງເຫຼືອ 77 ເມືອງ, ກວມ 52% ຂອງຈໍານວນເມືອງທັງໝົດໃນທົ່ວປະເທດ.
อาจเป็นรูปภาพของ 1 คน และ ข้อความ