ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 27 ພະຈິກ 2024, ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງ ການກວດສອບແຫ່ງລັດ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025; ຜົນການກວດສອບປະຈຳປີ 2024 ຂອງອົງ ການກວດສອບແຫ່ງລັດ. ທ່ານໄດ້ຍົກໃຫ້ເຫັນວ່າ: ປີ 2024 ນີ້, ອົງການກວດສອບແຫ່ງລັດ ປະຕິບັດການເຄື່ອນ ໄຫວວຽກງານກວດສອບໄດ້ 120 ເປົ້າໝາຍ (ເທົ່າກັບ 102,56% ຂອງແຜນການ).
ພ້ອມນັ້ນ, ໄດ້ລົງຕິດຕາມຊຸກຍູ້ການແກ້ໄຂຜົນການກວດສອບ 23 ເປົ້າໝາຍ. ໃນນັ້ນ, ກວດສອບວິສາຫະກິດ 15 ເປົ້າໝາຍ ແລະ ກວດສອບອົງການຈັດຕັ້ງລັດ 8 ເປົ້າໝາຍ. ສໍາລັບເປົ້າໝາຍອື່ນໆ ທີ່ບໍ່ໄດ້ອອກໜັງສືແຈ້ງຕອບເປັນລາຍລັກອັກ ສອນ ແມ່ນໄດ້ດໍາເນີນການກວດສອບຄືນຕາມແຜນກວດສອບປະຈໍາປີ ຈໍານວນ 86 ເປົ້າໝາຍ.
ໃນນັ້ນ, ກົມກວດສອບອົງການຈັດຕັ້ງລັດ 19 ເປົ້າໝາຍ, ກົມກວດສອບທະນາ ຄານ 10 ເປົ້າໝາຍ, ກົມກວດສອບວິສາຫະກິດ 10 ເປົ້າໝາຍ, ກົມກວດສອບໂຄງ ການ 11 ເປົ້າໝາຍ, ອົງການກວດສອບປະຈໍາພາກເໜືອ 1 ຈໍານວນ 8 ເປົ້າໝາຍ, ອົງການກວດສອບປະຈໍາພາກເໜືອ 2 ຈໍານວນ 9 ເປົ້າໝາຍ, ອົງການກວດສອບປະຈໍາພາກກາງ 1 ຈໍານວນ 9 ເປົ້າໝາຍ, ອົງການກວດສອບປະຈໍາພາກກາງ 2 ຈໍານວນ 5 ເປົ້າໝາຍ ແລະ ອົງການກວດສອບປະຈໍາພາກໃຕ້ 5 ເປົ້າໝາຍ.
ພ້ອມນັ້ນ, ອົງການກວດສອບແຫ່ງລັດ ໄດ້ອອກຄໍາແນະນໍາວ່າດ້ວຍການແກ້ໄຂຜົນການກວດສອບ ສະບັບເລກທີ 1329/ອກສລ, ລົງວັນທີ 26 ສິງຫາ 2024 ຊຶ່ງໄດ້ກໍານົດເນື້ອໃນ, ຫຼັກການ ແລະ ວິທີການແກ້ໄຂຜົນການກວດສອບເປັນແຕ່ລະກໍລະນີ ຕິດພັນກັບການແກ້ໄຂບັນຫາທີ່ຄຸມເຄືອສະສົມມາຫຼາຍປີຄື: ໜີ້ຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນ; ລາຍຈ່າຍລ່ວງໜ້າ ໃນລະບົບຄັງເງິນແຫ່ງຊາດ; ໜີ້ຕ້ອງສົ່ງ ຫຼື ໜີ້ຄ້າງຊໍາລະ ແລະ ຍອດເງິນຄ້າງໃນບັນຊີເງິນຝາກຄັງເງິນແຫ່ງຊາດ; ໄດ້ແຕ່ງຕັ້ງຄະນະລະດັບຕ່າງໆ ລົງຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບຢູ່ເປົ້າໝາຍຈຳນວນໜຶ່ງ ເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂຜົນການກວດສອບເປັນແຕ່ລະໄລຍະ ແລະ ອື່ນໆ.
ປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ຕື່ມວ່າ: ສຳລັບແຜນການ ປະຈໍາປີ 2025, ອົງການກວດສອບແຫ່ງລັດ ຈະດໍາເນີນການເຄື່ອນໄຫວວຽກງານກວດສອບ ໃຫ້ໄດ້ 154 ເປົ້າໝາຍ. ໃນນັ້ນ, ຈະກວດສອບອົງການ ຈັດຕັ້ງລັດ 28 ເປົ້າໝາຍ, ກວດສອບທະນາຄານ 15 ເປົ້າໝາຍ, ກວດສອບວິສາຫະກິດ 15 ເປົ້າໝາຍ, ກວດສອບໂຄງການ 18 ເປົ້າໝາຍ ແລະ ອື່ນໆ.



