ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຈັດຂຶ້ນໃນວັນທີ 20-21 ກຸມພານີ້ ທີ່ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ, ກຳມະ ການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ.
ທ່ານ ວຽງທະວີສອນ ເທບພະຈັນ ໄດ້ກ່າວວ່າ: ກອງປະຊຸມຈະໄດ້ພ້ອມກັນຕີລາຄາຄືນການປະຕິບັດວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ໃນປີຜ່ານມາ ໂດຍສະເພາະຜົນສຳເລັດທີ່ຍາດມາໄດ້, ຂໍ້ສະດວກ- ຂໍ້ ຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດ ຖອນໄດ້; ພ້ອມທັງກໍານົດທິດທາງແຜນການເຄື່ອນໄຫວ ແລະ ວິທີການປັບປຸງແກ້ ໄຂ ບັນດາຈຸດອ່ອນ-ຂໍ້ຄົງຄ້າງ ຢ່າງລົງເລິກເຖິງຖອງ.
ບັນຫາສຳຄັນແມ່ນຈະໄດ້ປຶກ ສາຫາລືກ່ຽວກັບ ສິ່ງທ້າທາຍໃນການດຳເນີນການກວດສອບ ກໍຄືມາດຕະການແນະນໍາການແກ້ ໄຂຜົນການກວດສອບ ແລະ ກົນໄກການຕິດຕາມ, ຊຸກຍູ້ ການ ແກ້ໄຂຜົນການກວດສອບ ໃຫ້ມີການແກ້ໄຂຢ່າງຕັ້ງໜ້າກວມໃນອັດຕາສ່ວນທີ່ຫຼາຍຂຶ້ນກວ່າເກົ່າ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ລວມທັງຂັ້ນຂອດການປະສານງານ ລະຫວ່າງ ອົງການກວດສອບແຫ່ງລັດ, ອົງການກວດສອບປະຈໍາພາກ ກັບ ອົງການປົກຄອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ຮັບປະກັນຄຸນນະພາບ ແນໃສ່ເຮັດໃຫ້ການຄຸ້ມ ຄອງ ແລະ ການນຳໃຊ້ງົບປະມານ, ຊັບສິນຂອງລັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ວຽງທະວີສອນ ເທບພະຈັນ ໃຫ້ຮູ້ວ່າ: ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຜ່ານມາ ໄດ້ມີມະຕິຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ສະບັບເລກທີ 140/ສພຊ, ລົງວັນທີ 11 ທັນວາ 2024. ໃນປີ 2025, ອົງການກວດ ສອບແຫ່ງລັດ ຈະໄດ້ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າ ທີ່ດໍາເນີນການກວດສອບ 154 ເປົ້າໝາຍ; ໃນນັ້ນ, ອົງການກວດ ສອບແຫ່ງລັດ ຂັ້ນສູນກາງ ຈໍານວນ 76 ເປົ້າໝາຍ ແລະ ອົງການກວດສອບປະຈໍາ 5 ພາກ ຈໍານວນ 78 ເປົ້າໝາຍ ຊຶ່ງທັງໝົດນັ້ນ ແມ່ນຈະຕ້ອງໄດ້ສູ້ຊົນດຳເນີນການກວດສອບໃຫ້ສຳເລັດ ພ້ອມ ທັງ ຮັບປະກັນຄຸນນະພາບຜົນການກວດສອບ ໃຫ້ມີຄວາມຄົບ ຖ້ວນ, ຊັດເຈນ, ສາມາດຕີລາຄາບັນຫາໃຫ້ຖືກຕ້ອງ, ພາວະວິໄສ, ມີວິທະຍາສາດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ຂ່າວ-ພາບ: ສຸກສະຫວັນ




