ທ່ານ ອຸດອນ ຄຳພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງບໍລິຄຳໄຊ ລາຍງານວ່າ: ໃນປີ 2023 ຜ່ານມາ ຢູ່ແຂວງບໍລິຄຳໄຊ ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດຢ່າງໜັກໜ່ວງ, ລວມມູນຄ່າຄວາມເສຍຫາຍທຸກຂົງເຂດທັງໝົດ 156,8 ຕື້ກວ່າກີບ ໃນນີ້, ມີຜົນເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ທີ່ຢູ່ອາໄສ ປະຊາຊົນໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ 4 ເມືອງ ຄື: ເມືອງປາກກະດິງ, ຄໍາເກີດ, ວຽງທອງ ແລະ ໄຊຈຳພອນ, ຈໍານວນບ້ານທີ່ໄດ້ຮັບຜົນກະທົບທັງໝົດ 47 ບ້ານ; 917 ຄອບຄົວ; ພົນລະເມືອງ 7.288 ຄົນ ຍິງ 4.029 ຄົນ; ເສຍຊີວິດ 2 ຄົນ (ເພດຊາຍ ເນື່ອງຈາກອອກໄປຊອກຫາກິນຢູ່ເຂດພູ ແລະ ໄດ້ເກີດດິນເຈື່ອນທັບຜູ້ກ່ຽວເສຍຊີວິດ); ເຮືອນຊານປະຊາຊົນ ເສຍຫາຍ 3 ຫລັງ (ດິນເຈື່ອນທັບຈໍານວນ 1 ຫລັງ ແລະ ເສຍຫາຍຈາກນໍ້າຖ້ວມຊຸ 2 ຫລັງ); ເລົ້າເຂົ້າຂອງປະຊາຊົາເສຍຫາຍບາງສ່ວນ 12 ເລົ້າ, ມູນຄ່າເສຍຫາຍທັງໝົດ 101.400.000 ກີບ.
ນອກຈາກນີ້, ຍັງມີຜົນເສຍຫາຍທາງດ້ານກະສິກຳ ລວມມູນຄ່າ 56,3 ຕື້ກວ່າກີບ ໃນນີ້, ມີເນື້ອທີ່ທໍາການຜະລິດຂອງປະຊາຊົນ ເປັນຕົ້ນ ນາເຂົ້າ, ສວນມັນຕົ້ນ ແລະ ສວນພືດປະເພດຕ່າງໆ ໄດ້ຮັບຜົນກະທົບທັງ 7 ຕົວເມືອງຂອງແຂວງ ເນື້ອທີ່ທັງໝົດຖືກເສຍຫາຍ 3.824 ເຮັກຕາ; ໜອງປາ 346 ໜອງ, ປາສູນຫາຍ 1.246.314 ໂຕ, ກົບສູນຫາຍ 13.200 ໂຕ; ສັດໃຫຍ່ເສຍຫາຍ 366 ໂຕ; ສັດປີກ 2.450 ໂຕ; ຊົນລະປະທານເສຍຫາຍ 20 ແຫ່ງ ຜົນເສຍຫາຍດ້ານໂຍທາທິການ ແລະ ຂົນສົ່ງເສັ້ນທາງພາຍໃນແຂວງຖືກກະທົບ ເສຍຫາຍລວມທັງໝົດ 45 ເສັ້ນ ລວມມູນຄ່າເສຍຫາຍທັງໝົດ ທັງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ 91,8 ຕື້ກວ່າກີບ ໃນນີ້, ເສັ້ນທາງຫລວງແຫ່ງຊາດ 4 ເສັ້ນ ລວມຄວາມຍາວຂອງການເສຍຫາຍ 15,37 ກິໂລແມັດ ມູນຄ່າເສຍຫາຍ 38,2 ຕື້ກວ່າກີບ, ເສັ້ນທາງຫລວງທ້ອງຖິ່ນ 41 ເສັ້ນ ລວມຄວາມຍາວຂອງການເສຍຫາຍ 214,9 ກິໂລແມັດ ມູນຄ່າຄວາມເສຍຫາຍເບື້ອງຕົ້ນທີ່ສາມາດປະເມີນໄດ້ 53,6 ຕື້ກວ່າກີບ.
ສໍາລັບຜົນເສຍຫາຍດ້ານພະລັງງານ-ບໍ່ແຮ່ ຄວາມເສຍຫາຍເກີດຂຶ້ນ 3 ເມືອງຄື: ເມືອງບໍລິຄັນ, ຄໍາເກີດ, ວຽງທອງ ໃນນີ້, ເສົາໄຟຟ້າຫັກ ເສຍຫາຍ 21 ຕົ້ນ, ສາຍໄຟຟ້າ 10 ຈຸດ, ຄອນສາຍຫັກ 41 ຄອນ, ສາຍຈ່ອງເສົາໄຟ 4 ເສັ້ນ, ເຫລັກແປ 48 ເສັ້ນ ລວມມູນຄ່າເສຍຫາຍທັງໝົດ 157 ລ້ານກວ່າກີບ. ພ້ອມນີ້, ຍັງມີໂຮງຮຽນທີ່ໄດ້ຮັບຜົນກະທົບ ຢູ່ 3 ເມືອງຄື: ເມືອງປາກກະດິງ, ຄໍາເກີດ, ວຽງທອງ ທັງໝົດ 13 ແຫ່ງ ມູນຄ່າເສຍຫາຍລວມ 999 ລ້ານກວ່າກີບ. ຜົນເສຍຫາຍດ້ານລະບົບສາທາຖືກກະທົບຢູ່ໃນ 3 ເມືອງ ຄື: ປາກກະດິງ, ຄຳເກີດ, ວຽງທອງ ມູນຄ່າເສຍຫາຍລວມ 2,2 ຕື້ກວ່າກີບ; ຜົນເສຍຫາຍດ້ານຊັບສິນ, ພາຫະນະຂອງລັດ ແລະ ເອກະຊົນໃນໄລຍະທີ່ປະສົບເຫດໄພນໍ້າຖ້ວມ ໄດ້ສົ່ງຜົນເສຍຫາຍໃນ 3 ເມືອງຄື: ປາກກະດິງ, ຄຳເກີດ ແລະ ວຽງທອງ ລວມມູນຄ່າເສຍຫາຍ 5 ຕື້ກວ່າກີບ.
ຂ່າວ-ພາບ: ວຽງສະຫວັນ




