ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາລັດຖະບານມີລາຍຮັບຈາກການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ 2.432 ລ້ານໂດລາສະຫະລັດ

Jun 13, 2024

ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນດ້ານບໍ່ແຮ່ໃນໄລຍະຜ່ານມາ ແລະ ກໍານົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2024 ວ່າດ່ວຍ ການຮັບຮອງເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 12 ມິຖຸນາ 2024 ທີ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ວ່າ: ປີ 2023 ທີ່ຜ່ານມາ, ມູນຄ່າການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ທາດ ໃນທົ່ວປະເທດ ມີມູນຄ່າເຖິງ 2.432 ລ້ານໂດລາສະຫະລັດ, ການຈໍາໜ່າຍແຮ່ທາດຢູ່ພາຍໃນປະເທດມີມູນຄ່າ 273,6 ລ້ານໂດລາສະຫະ ລັດ, ຈໍາໜ່າຍອອກຕ່າງປະເທດ ມີມູນຄ່າ 2.604 ລ້ານໂດລາສະຫະລັດ ແລະ ໄດ້ມອບພັນທະໃຫ້ລັດຖະ ບານ 322,6 ລ້ານໂດລາສະຫະລັດ.
ໃນນີ້ ພັນທະທີ່ມອບໃຫ້ລັດຖະບານ ໃນຂັ້ນຕອນຂຸດຄົ້ນ-ປຸງແຕ່ງ ມີທັງໝົດ 321,37 ລ້ານໂດລາສະຫະລັດ, ຫຼັກໆ ແລ້ວ ມີ 13 ລາຍການຈ່າຍ ເຊັ່ນ: ຄ່າຊັບພະຍາກອນ, ອາກອນເງິນເດືອນ, ອາກອນກຳໄລ ຂົນສົ່ງ, ອາກອນກຳໄລ, ອາກອນຂຸດຄົ້ນ, ອາກອນຂົນສົ່ງ, ອາກອນມູນຄ່າເພີ່ມ, ພັນທະແບບມອບເໝົາ, ອາກອນເງິນປັນຜົນ, ພາສີຂາອອກ, ພັນທະມອບເໝົາລ່ວງໜ້າ ແລະ ຊື້ສິດສໍາປະທານ (ໂຄງການທົດລອງ), ພັນທະຕ່າງໆ ຂັ້ນທ້ອງຖິ່ນອອກອະນຸຍາດ, ຄ່າສໍາປະທານ ແລະ ພັນທະກອງທຶນຕາມ ສັນຍາ.
ສໍາລັບພັນທະກອງທຶນຕາມສັນຍາຢູ່ທີ່ນີ້ໃນປີ 2023 ມີ 3,6 ລ້ານໂດລາສະຫະລັດ ປະກອບ ດ້ວຍ 6 ກອງທຶນຢອຍ ເຊັ່ນ: ທຶນພັດທະນາສັງຄົມ, ທຶນພັດທະນາທ້ອງຖິ່ນ, ທືນຄຸ້ມຄອງໂຄງການ, ທຶນຝຶກອົບຮົມພະນັກງານ, ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທຶນຕິດຕາມສັນ. ນອກຈາກນີ້ ຍັງມີງົບປະມານສໍາລັບ ການຫັນປ່ຽນປ່າ, ການປູກປ່າຊົດເຊີຍ ແລະ ຄ່າອື່ນໆ ອີກ.
ທ່ານ ໂພໄຊ ໄຊຍະສອນ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດໃນທົ່ວປະເທດໃນໂຄງການປົກກະຕິ ລວມທັງໝົດ 968 ບໍລິສັດ, ນອກຈາກນີ້ ຍັງມີໂຄງການພັດທະນາບໍ່ແຮ່ໃນຮູບແບບທົດລອງ ຈໍານວນ 93 ບໍລິສັດ.
ຂ່າວອອນລາຍ : ວສລ