ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາເມືອງຜາອຸດົມ ມີຄະດີເກີດຂຶ້ນ 51 ລາຍ, ຜູ້ຖືກຫາ 51 ຄົນ

Feb 3, 2025

ປີຜ່ານມາເມືອງຜາອຸດົມ ມີຄະດີເກີດຂຶ້ນ 51 ລາຍ, ຜູ້ຖືກຫາ 51 ຄົນ
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຜາອຸດົມ ແຂວງບໍ່ແກ້ວ ຈັດກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ວາງທິດທາງແຜ່ນການປີ 2025 ໃນທ້າຍອາຜ່ານມາ ໂດຍການເປັນປະທານ ຂອງທ່ານ ພັທ ບຸນສີ ທອງສະໄຫວ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຜາອຸດົມ
ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫລຸບ ສະພາບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະທິດທາງແຜນການປີ 2025, ເຊິ່ງໃນໄລຍະ 1 ປີຜ່ານມາ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຜາອຸດົມ ໄດ້ເອົາ ໃຈໃສ່ໃກ້ຊິດຕິດແທດ, ກວດກາຕິດຕາມພະນັກງານທີ່ປະຕິບັດວຽກງານຕົວຈິງ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານນັກຮົບໃນກຳລັງປ້ອງ ກັນຄວາມສະຫງົບທົ່ວເມືອງ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ປະຕິບັດໜ້າທີ່ວຽກ ງານວິຊາສະເພາະໃຫ້ສຳເລັດ, ເປັນເສນາທິການແກ່ກອງບັນຊາການລາຍງານສະ ພາບໃຫ້ຂັ້ນເທິງເປັນປົກກະຕິ ຮັກສາໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫົງບເປັນປົກກະຕິ, ເຊິ່ງມັນໄດ້ສະແດງອອກຢູ່ໃນແຕ່ລະຂົງເຂດວຽກງານຕ່າງໆຢ່າງມີຜົນສຳເລັດ ໃນນີ້, ໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງສືບຂ່າວ, ພື້ນຖານເພື່ອນຮ່ວມງານຢູ່ໃນແຕ່ລະຂົງເຂດໃນການຕິດຕາມ, ໄດ້ເກັບກໍາຂຶ້ນສະຖິຕິຄົນຕ່າງປະທດ ເຂົ້າມາໝັ້ນໝາຍ ແຕ່ງງານກັບແມ່ຍິງລາວຢູ່ພາຍໃນເມືອງ, ລົງຕິດຕາມ-ເກັບກຳເປົ້າໝາຍຕ່າງໆ ໄດ້ 60 ຄັ້ງ.
ພ້ອມນີ້, ມີຄະດີເກີດຂຶ້ນພາຍໃນເມືອງ 51 ລາຍ, ຜູ້ຖືກຫາ 51 ຄົນ ຍິງ 3 ຄົນ, ຄະດີຢ່າເສບຕິດ 15 ເລື່ອງ, ລັກຊັບ 16 ເລື່ອງ, ສໍ້ໂກງ 6 ເລື່ອງ, ທຳຮ້າຍຮ່າງກາຍ 10 ເລື່ອງ, ຄາດຕະກຳ 1 ເລື່ອງ, ຂົ່ມຂືນກະທຳຊຳເລົາ 2 ເລື່ອງ ແລະ ຄະດີເຮັດໃຫ້ຊັບຜູ້ອື່ນຖືກໄຟໄໝ້ 1 ເລື່ອງ, ມີອຸປະຕິເຫດເກີດຂຶ້ນ 15 ເລື່ອງ, ມີຜູ້ບາດເຈັບ 30 ຄົນ ຍິງ 10 ຄົນ, ລົງຕິດຕາມເປົ້າໝາຍຄ້າຂາຍ-ຢ່າເສບຕິດ 40 ຄັ້ງ, ຂຶ້ນແຜນລົງສຳ ຫລວດຈຸດລັກລອບປູກຝິ່ນ; ພາຍໃນເມືອງ ມີນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກຝາກດັດສ້າງ 162 ຄົນ ຍິງ 2 ຄົນ, ປ່ຽນປື້ມສຳມະໂນຄົວໃໝ່ໄດ້ 501 ຫົວ, ອອກປື້ມໃໝ່ 9 ຫົວ.
Cr: ພອນສະຫວັນ ມະນີສີ