ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ທົ່ວປະເທດເສຍຫາຍຈາກອັກຄີໄພ ຫລາຍກວ່າ 158 ຕື້ກວ່າກີບ

Jan 25, 2025

ປີຜ່ານມາ ທົ່ວປະເທດເສຍຫາຍຈາກອັກຄີໄພ ຫລາຍກວ່າ 158 ຕື້ກວ່າກີບ
ພັອ ວິລະພອນ ວົງຄໍາມູນຕີ, ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນ ຄວາມສະຫງົບ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸແຫ່ງຊາດເມື່ອບໍ່ດົນມານີ້ວ່າ: ປີ 2024 ຜ່ານມານີ້ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 198 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ບາດເຈັບ 9 ຄົນ, ເຮືອນຖືກໄຟໄໝ້ 166 ຫລັງ, ສາງເກັບມ້ຽນເຄື່ອງ 6 ຫລັງ, ໂຮງເລື່ອຍ 3 ຫລັງ, ລົດ 16 ຄັນ ແລະ ອື່ນໆ ລວມມູນຄ່າເສຍຫາຍ 158 ຕື້ກວ່າກີບ. ນອກຈາກນີ້ ຍັງມີຈໍານວນໜຶ່ງທີ່ຍັງບໍ່ສາມາດປະເມີນມູນຄ່າໄດ້.
ສາເຫດຂອງການເກີດອັກຄີໄພ ຕົ້ນຕໍຍັງແມ່ນບັນຫາເກົ່າທີ່ເຄີຍເກີດຂຶ້ນ ຄື: ໄຟຟ້າລັດວົງຈອນ ມີເຖີງ 74 ຄັ້ງ, ຮອງລົງມາແມ່ນການຂາດສະຕິດັບມອດໄຟກ່ອນອອກຈາກເຮືອນທຸກຄັ້ງ ແລະ ອື່ນໆ. ຢ່າງໃດກໍຕາມ, ໃນໄລຍະຜ່ານມາ ເຫັນວ່າຫລາຍຄົນຍັງບໍ່ໃສ່ໃຈກ່ຽວກັບການປ້ອງກັັນອັກຄີໄພດີເທົ່າທີ່ຄວນ. ສະນັ້ນ ຕໍ່ໄປນີ້ທຸກຄົນຄວນເອົາໃຈໃສ່ຕື່ມບັນຫານີ້ເພື່ອຮັບປະກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ.
ໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ຂອງຊາວຫວຽດນາມ ແລະ ຊາວຈີນທີ່ຈະມາເຖີງນີ້, ພັອ ວິລະພອນ ວົງຄໍາມູນຕີ ຍັງໄດ້ຮຽກຮ້ອງມາຍັງທຸກຄອບຄົວທີ່ມີການສະເຫຼີມສະຫຼອງ ກໍຄື ຈັດ ງານຕ່າງໆ ໃນຄອບຄົວຕ້ອງປະຕິບັດຕາມຄໍາແນະນຳ ຫລື ແຈ້ງ ການຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ໂດຍສະເພາະການຈູດໝາກກະໂພງ ເພາະຜ່ານມາເຄີຍເຮັດໃຫ້ເກີດອັກຄີໄພມາແລ້ວ.
BT, ວສລ