ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ນວ ສ້າງລາຍຮັບຈາກການທ່ອງທ່ຽວ 490 ລ້ານກວ່າໂດລາສະຫະລັດ

Feb 6, 2025

ທ່ານ ນາງ ວຽງພອນ ແກ້ວຄູນສີ, ຫົວໜ້າພະແນກຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ ໃນໂອກາດລາຍງານຕໍ່ກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນວັນທີ 5 ກຸມພາ 2025 ວ່າ: ປີ 2024 ຜ່ານມາ, ນະຄອນ ຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ທີ່ກຳນົດໄວ້ ໂດຍກຳນົດ ກິດຈະກຳບຸນປະເພນີ ລະ ດັບຊາດ 2 ກິດຈະກຳ, ປະຕິບັດໄດ້ 100%, ກິດຈະກຳບຸນປະ ເພນີ ລະດັບນະຄອນຫລວງ ແລະ ເມືອງ ມີ 8 ກິດຈະກຳ, ທຽບໃສ່ແຜນການ ເພີ່ມຂຶ້ນ 4 ກິດຈະກຳ, ກິດຈະກຳງານນິທັດ ສະການ ແລະ ວາງສະແດງ ມີ 6 ກິດຈະກຳ, ເພີ່ມຂຶ້ນ 2 ກິດຈະກຳ (ເພີ່ມ ຂຶ້ນ 50%), ກິດຈະກຳສົ່ງເສີມການທ່ອງທ່ຽວທາງກົງ (ບໍລິການ ແລະ ສົ່ງເສີມການທ່ອງທ່ຽວ) ມີ 6 ກິດຈະກຳ, ເພີ່ມຂຶ້ນ 3 ກິດ ຈະກຳ, ກິດຈະກຳວາງສະແດງຜະລິດຕະພັນການທ່ອງທ່ຽວ ຮ່ວມ ກັບປະເທດເພື່ອນມິດຍຸດທະສາດ ໄດ້ 2 ຄັ້ງ, ປະສານສົມທົບ ແລະ ຊຸກຍູ້ພາກທຸລະກິດພາຍໃນລົງທຶນພັດ ທະນາ ແລະ ເປີດແຫລ່ງທ່ອງທ່ຽວໃໝ່ ໄດ້ 2 ແຫ່ງ, ລວມມີ 3 ກິດຈະກຳ. ນອກນີ້, ຍັງໄດ້ຈັດງານ “ວັນມົດສະກູ” ຢູ່ນະຄອນືຫລວງວຽງຈັນ ແລະ ອື່ນໆ.
ຜ່ານກິດຈະກຳຕ່າງໆ ສາມາດດຶງດູດນັກທ່ອງທ່ຽວຕ່າງປະ ເທດ ເຂົ້າມາທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ໄດ້ທັງໝົດ 1,7 ລ້ານກວ່າເທື່ອຄົນ, ທຽບໃສ່ປີ 2023 ເພີ່ມຂຶ້ນ 30,45%, ສ້າງລາຍຮັບທົ່ວສັງຄົມຈາກການທ່ອງທ່ຽວ ໄດ້ 490 ລ້ານກວ່າໂດລາສະຫະລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 39,88%.