ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມ້າງກຸ່ມ Call Center ໄດ້ທັງໝົດ 9 ຄັ້ງ, ກັກຜູ້ຖືກຫາໄດ້ 1.460 ຄົນ

Feb 19, 2025

ພັອ ວັນນະສັກ ທອງອຸໄລ ຮອງຫົວໜ້າກອງກັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ຮູ້ໃນໂອກາດລາຍ ງານຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳ ປີ 2024 ແລະ ວາງທິດທາງແຜນການວຽກງານຈຸດສຸມໃນປີ 2025 ໃນວັນທີ 14 ກຸມພາ 2025 ວ່າ: ໃນໄລຍະ 1 ປີ ຜ່ານມາ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ດຳເນີນການມ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (call center) ໄດ້ທັງໝົດ 9 ຄັ້ງ, 86 ຈຸດ, 267 ຫົວໜ່ວຍ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 1.460 ຄົນ, ຍິງ 328 ຄົນ, ລວມມີ 16 ສັນຊາດ, ພ້ອມເຄືອງຂອງກາງ ໂທລະຊັບມືຖື 4.052 ໜ່ວຍ, ຄອມຕັ້ງໂຕະ 509 ໜ່ວຍ, ໂນ໊ດບຸກ 56 ໜ່ວຍ, ໄອແພັກ 02 ໜ່ວຍ, ຫົວວາຍໄຟ 14 ອັນ ແລະ USB 14 ອັນ.
ທ່ານຍັງໄດ້ໃຫ້ຮູ້ກ່ຽວກັບວຽກງານຕ້ານການຄ້າມະນຸດວ່າ: ໃນ 1 ປີຜ່ານມາ ໄດ້ຈັດສົ່ງແຮງງານກັບປະເທດ 98 ຄົນ ຍິງ 10 ຄົນ, ມີ 09 ສັນຊາດ; ຊ່ວຍເຫຼືອກຸ່ມສ່ຽງ ແລະ ຜູ້ຖືກສົງໄສວ່າເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໄດ້ 149 ຄົນ ຍິງ 22 ຄົນ, ມີ 08 ສັນຊາດ; ປະສານຊ່ວຍເຫຼືອແຮງງານກັບພາກສ່ວນກ່ຽວ ຂ້ອງ ຈໍານວນ 262 ຄົນ ຍິງ 18 ຄົນ ລວມມີ 08 ສັນຊາດ; ຍົກ ຍ້າຍແຮງງານສັນຊາດ ຟີລິບປິນ ຈາກຄ້າຍຄຸມຂັງ-ດັດສ້າງ ໃຫ້ສະຖານທູດ ຟີລິບປິນ ຈໍານວນ 73 ຄົນ ຍິງ 29 ຄົນ.
Cr: ຮອ ທະວີສັກ