ອີງຕາມຂໍ້ມູນຈາກກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ວາງທິດ ທາງແຜນການ ປີ 2025 ຂອງກອງບັນຊາການ ປກສ ເມືອງເຟືອງ, ແຂວງວຽງຈັນ ຈັດຂຶ້ນທີ່ສະໂມສອນກອງບັນຊາການດັ່ງກ່າວເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ເຈົ້າໜ້າທີ່ ປກສ ເມືອງເຟືອງສາມາດເຮັດສຳເລັດໜ້າທີ່ຂອງຕົນຫຼາຍດ້ານ ເປັນຕົ້ນແມ່ນ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ໂດຍທົ່ວເມືອງມີຄະດີອາຍາເກີດຂຶ້ນທັງໝົດ 14 ເລື່ອງ, ກັກຕົວຜູ້ຖືກຫາ 23 ຄົນ ຍິງ 02 ຄົນ, ເກີດຂຶ້ນຫຼາຍກວ່າໝູ່ແມ່ນລັກຊັບພົນລະເມືອງ ເກັບກູ້ເຄື່ອງຂອງກາງຄືນໄດ້ ມີລົດຈັກ 1 ຄັນ, ປືນແກັບ 9 ກະບອກ, ປືນແມັກ 10 ກະບອກ, ໝໍ້ຊ໋ອດ 6 ເຄື່ອງ.
ເຈົ້າໜ້າທີ່ ປກສ ເມືອງເຟືອງ ສາມາດມ້າງເປົ້າໝາຍຄ້າ-ຂາຍ, ເສບຢາເສບຕິດ 39 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 60 ຄົນ, ຍິງ 12 ຄົນ, ຢືດເຄື່ອງຂອງກາງຢາບ້າທັງ ໝົດ 2 ມັດ ແລະ 6,949 ເມັດ, ລົດຈັກ 7 ຄັນ, ລົດໃຫຍ່ 1 ຄັນ, ນໍ້າຢາປະສົມນໍ້າກະທ໋ອມ 151 ແກ້ວ, ໃບກະທ໋ອມ 19,7 ກິໂລກຼາມ, ໃບກະທ໋ອມເປັນຊຸດ 169 ຊຸດ, ຢາສູບໄຟຟ້າ 37 ອັນ; ໄດ້ລົງໂຄສະນາຜົນຮ້າຍຂອງຢາເສບຕິດ ແລະ ເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຢູ່ບັນດາໂຮງຮຽນ 1 ຄັ້ງ.
ນອກຈາກນີ້, ໄດ້ຈັດຕັ້ງກຳລັງລົງກວດກາພາຫະນະຕາມເສັ້ນທາງຫຼວງ 42 ຄັ້ງ, ກວດກາພາຫະນະທັງໝົດ 548 ຄັນ, ສຶກສາອົບຮົມນັກຂັບຂີ່ 325 ຄົນ ຍິງ 287 ຄົນ, ມີອຸປະຕິເຫດເກີດຂຶ້ນທັງໝົດ 54 ຄັ້ງ, ມີຄົນຖືກເຄາະຮ້າຍທັງໝົດ 128 ຄົນ ຍິງ 32 ຄົນ, ບາດເຈັບເລັກນ້ອຍ 66 ຄົນ ຍິງ 19 ຄົນ, ເຈັບສົມຄວນ 50 ຄົນ ຍິງ 12 ຄົນ, ເຈັບສາຫັດ 10 ຄົນ ຍິງ 2 ຄົນ, ເສຍຊີວີດ 5 ຄົນ, ພາຫະນະເປ່ເພເລັກນ້ອຍ 61 ຄັນ, ສົມຄວນ 36 ຄັນ, ໃຊ້ການບໍ່ໄດ້ 4 ຄັນ ປະເມີນມູນຄ່າເສຍຫາຍທັງໝົດ 933,500,000 ກີບ.
Cr: ປກສ ແຂວງວຽງຈັນ






