ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ຢູ່ ເມືອງສາມັກຄີໄຊ ມີອຸບັດຕິເຫດຕາມທ້ອງຖະໜົນເກີດຂື້ນທັງໝົດ 101 ຄັ້ງ, ເສຍຊີວິດ 4 ຄົນ.

Jan 9, 2025

ໃນປີ 2024 ຜ່ານມາທົ່ວເມືອງສາມັກຄີໄຊ ແຂວງອັດຕະປື ມີອຸປະຕິເຫດຕາມທ້ອງທະໜົນຫຼວງເກີດຂື້ທັງໝົດ 101 ຄັ້ງ, ທຽບໃສ່ ປີ 2023 ເພີ່ມຂື້ນ 1 ຄັ້ງ, ມີພາຫະນະເປ້ເພທັງມົດ 176 ຄັນ, ໄດ້ຮັບບາດເຈັບທັງໝົດ 157 ຄົນ ແລະ ມີຜູ້ເສຍຊີວິດລວມ 4 ຄົນ, ມູນຄ່າຄວາມເສຍຫາຍ 1 ຕື້ 300 ລ້ານກວ່າກີບ.
ຮ້ອຍເອກ ໄພໂລດ ແສງດາລາ ຮອງພະແນກຕໍາຫຼວດ ຊີ້ນໍາວຽງານຈະລາຈອນ ຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງສາມັກຄີໄຊ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 8 ມັງກອນ 2025 ວ່າ: ຈຸດທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນຈຸດ 3 ແຍກ 4 ແຍກ ແລະ ສາເຫດຕົ້ນຕໍທີ່ເຮັດໃຫ້ເກີດອຸບັດຕິເຫດ ແມ່ນຍ້ອນນັກຂັບຂີ່ຍັງຈໍາແນກບໍ່ທັນໄດ້ເຖິ່ງບັນດາປ້າຍເຕືອນຕ່າງໆ, ຂັບຂີ່ໃນທາງນ້ອຍແລ້ວບໍ່ປ່ອຍສິດໃຫ້ລົດທີ່ຢູ່ທາງໃຫຍ່ໄປກ່ອນ, ນັກຂັບ ຂີ່ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ, ປ່ຽນທິດທາງກະທັນຫັນ ລວມທັງຂັບຂີ່ລົດໄວເກີນກຳນົດ ໃນຂອບເຂດເທດ ສະບານ ແລະ ດື່ມສິງມືນເມົາແລ້ວຂັບຂີ່.
ຂ່າວ: ວັດທະນາ