ປີຜ່ານມາ ສານປະຊາຊົນ ແຂວງເຊກອງ ແກ້ໄຂຄະດີໄດ້ 122 ເລື່ອງ

ປີ 2024 ຜ່ານມາ, ມີຄະດີເຂົ້າມາສານປະຊາຊົນແຂວງເຊກອງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ທັງໝົດ 150 ເລື່ອງ. ໃນນີ້, ແກ້ໄຂສໍາເລັດແລ້ວ 122 ເລື່ອງ ເທົ່າກັບ 81.33%, ຍັງຄ້າງ 28 ເລື່ອງ ເທົ່າກັບ 18.67% ຂອງຄະດີທັງໝົດ.
ທ່ານ ນາງ ສີວິໄລ ຜາວິໄລ ຮັກສາການປະທານສານປະຊາຊົນ ແຂວງເຊກອງ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງເຊກອງ ຊຸດທີ II ໃນວັນທີ 16 ມັງກອນ 2025 ນີ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ, ຄະນະນໍາສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ ໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ແນໃສ່ສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຈັນຍາບັນ-ຈັນຍາທໍາ, ມີຄວາມຮັບ ຜິດຊອບສູງ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເຄື່ອນ ໄຫວປະຕິບັດໜ້າວຽກງານວິຊາສະເພາະ ແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາແກ່ສັງຄົມ. ພ້ອມນັ້ນ, ໄດ້ເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານທາງດ້ານທິດສະດີ, ການເມືອງ-ການປົກຄອງ ຕິດພັນກັບການຍົກລະດັບວິຊາສະເພາະ ໄລຍະສັ້ນ ແລະ ໄລຍະຍາວ ທັງໝົດ 10 ຄົນ ຍິງ 2 ຄົນ.
ປັດຈຸບັນ, ສານປະຊາຊົນແຂວງ ມີພະນັກງານ 26 ຄົນ ຍິງ 7 ຄົນ ໃນນີ້, ມີຜູ້ພິພາກສາ 7 ຄົນ; ສານປະຊາຊົນເຂດ I ມີພະນັກງານ 16 ຄົນ ຍິງ 6 ຄົນ ໃນນີ້, ມີຜູ້ພິພາກສາ 5 ຄົນ ແລະ ສານປະຊາຊົນເຂດ II ມີພະນັກງານ 3 ຄົນ ຍິງ 1 ຄົນ.
ທ່ານ ນາງສີວິໄລ ຜາວິໄລ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການແກ້ໄຂຄະດີ ມີປະສິດທິພາບ-ປະສິດທິຜົນ ໃນປີ 2025 ນີ້, ສານປະຊາຊົນແຂວງ ຈະສືບຕໍ່ປັບປຸງແບບແຜນການນຳພາ-ວິທີເຮັດວຽກ ຕິດພັນກັບການປັບປຸງລະບົບການຈັດຕັ້ງ, ການບໍລິ ຫານສານ ໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ, ສືບຕໍ່ບຳລຸງພະນັກ ງານ, ສ້າງຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊຳນານງານ ໃນການຄົ້ນຄວ້າ, ເກັບກໍາຂໍ້ມູນຫລັກຖານ ແລະ ພິຈາລະນາຕັດສິນຄະດີໃຫ້ຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ ໃນນີ້, ສູ້ຊົນແກ້ໄຂຄະດີໃຫ້ບັນລຸໄດ້ 85% ຂອງຄະດີທັງໝົດ ແລະ ເຮັດໃຫ້ອັດຕາການຂໍອຸທອນ ບໍ່ໃຫ້ກາຍ 15% ຂອງຄະດີຖືກແກ້ໄຂແລ້ວ.
ຂ່າວ: ສັນຍາ, ພາບ: ອັດສະວິນ


