ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ເມືອງໝື່ນ ມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 26 ລາຍ

Feb 14, 2025

ປີຜ່ານມາ ເມືອງໝື່ນ ມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 26 ລາຍ
ໃນ 1 ປີຜ່ານມາ, ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຕັ້ງຜັນຂະຫຍາຍຄຳສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ຄຳສັ່ງວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໄດ້ຫລາຍພໍສົມຄວນ ໃນນັ້ນ, ມີຄະດີອາຍາເກີດຂຶ້ນ 12 ລາຍ, ມີຜູ້ຖືກຫາ 56 ລາຍ ຍິງ 4 ຄົນ; ມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 26 ລາຍ, ມີຜູ້ຖືກຫາ 28 ຄົນ ຍິງ 1 ຄົນ, ຢຶດຂອງກາງຢາບ້າ 1.599.249 ເມັດ, ນໍາສົ່ງຄະດີໃຫ້ ປກສ ແຂວງວຽງຈັນ ດໍາເນີນຄະດີ 24 ລາຍ, ມີຜູ້ຖືກຫາ 26 ລາຍ ຍິງ 1 ຄົນ (ມີຂອງກາງປະເພດຢາບ້າ 1.599.174 ເມັດ ແລະ ລົດຈັກ 5 ຄັນ; ໄດ້ມ້າງຈຸດມົ້ວສຸມຢາເສບຕິດ 5 ຈຸດ ມີຜູ້ຖືກຫາ 35 ຄົນ ຍິງ 5 ຄົນ, ພວມດຳເນີນຄະດີ 2 ລາຍ, ຜູ້ຖືກຫາ 2 ຄົນ (ຂອງກາງ 75 ເມັດ), ມີນັກໂທດ ແລະ ຜູ້ມາຝາກດັດສ້າງ 26 ຄົນ ຍິງ 1 ຄົນ.
ທ່ານ ພັທ ຄຳສີ ພວງວົງສີ ຮອງກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງໝື່ນ ລາຍງານຕໍ່ກອງປະຊຸມ ສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ຂອງກອງບັນຊາການ ປກສ ເມືອງໝື່ນ ໃນວັນທີ 13 ກຸມພາ 2025 ວ່າ: ໃນປີ 2024 ທົ່ວເມືອງໝື່ນ ມີອຸປະຕິເຫດເກີດຂຶ້ນ 60 ລາຍ, ມີຜູ້ປະສົບອຸບັດເຫດ 134 ຄົນ ຍິງ 32 ຄົນ, ເສຍຊີວິດ 18 ຄົນ ຍິງ 2 ຄົນ, ພາຫະນະເປ່ເພ 94 ຄັນ (ອຸປະຕິເຫດເກີດຂຶ້ນຫລາຍກວ່າໝູ່ ແມ່ນລົດຈັກຕຳກັນ) ປະເມີນຄວາມເສຍຫາຍ 571 ລ້ານກີບ ແລະ ມີອັກຄີໄພເກີດຂຶ້ນ 1 ຄັ້ງ ລວມມູນຄ່າຄວາມເສຍຫາຍ 283 ລ້ານກວ່າກີບ.
Cr: ວັນນາ