ປີຜ່ານມາ ເສດຖະກິດຂອງແຂວງຊຽງຂວາງ ຂະຫຍາຍຕົວ ລື່ນຄາດໝາຍ 0,3%

ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆຊຽງຂວາງ ລາຍງານຕໍ່ກອງປະປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາປະຊາ ຊົນແຂວງຊຽງຂວາງ ຊຸດທີ 2 ໃນວັນທີ 29 ມັງກອນ 2025, ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ວ່າ: ໃນປີ 2024 ຜ່ານມາ ເສດຖະກິດຂອງແຂວງຊຽງຂວາງ ຂະຫຍາຍຕົວ 5,6%, ທຽບໃສ່ແຜນການ 5,3% ສາມາດປະຕິບັດໄດ້ລື່ນຄາດໝາຍ 0,3%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 6,471.96 ຕື້ກີບ, ໃນນັ້ນຂົງເຂດກະສິກຳ-ປ່າໄມ້ຂະຫຍາຍຕົວໃນລະດັບ 4,02%, ກວມ 34,67%, ຂົງເຂດອຸດສາຫະກຳ-ກໍ່ສ້າງຂະຫຍາຍຕົວໃນລະດັບ 6,20%, ກວມ 34,47%, ຂົງເຂດການບໍລິການຂະຫຍາຍຕົວໃນລະດັບ 6,67%, ກວມ 30,86%, ລາຍຮັບສະ ເລ່ຍຕໍ່ຫົວຄົນໄດ້ 1,112 ໂດລາ/ຄົນ/ປີ.
ດ້ານງົບປະມານໃນປີ 2024 ດ້ານລາຍຮັບລວມຍອດທັງໝົດພູດສູນກາງ ແລະ ທ່ອງຖີ່ນປະຕິບັດໄດ້ 476,35 ຕື້ກີບ, ລື່ນແຜນການປີ 54,96% ໃນນັ້ນລາຍຮັບຂອງສູນກາງຢູ່ທ່ອງຖິ່ນປະຕິບັດໄດ້ 177,60 ຕື້ກີບ ລື່ນແຜນການປີ 35,06%, ລາຍຮັບພູດທ່ອງຖິ່ນຂອງແຂວງປະຕິບັດໄດ້ 298,75 ຕື້ກີບ ລື່ນແຜນການປີ 69,84%, ດ້ານລາຍຈ່າຍປະຕິບັດລາຍຈ່າຍງົບປະມານອະນຸມັດທັງໝົດ 683,73 ຕື້ກີບ ເທົ່າ ກັບ 97,57% ຂອງແຜນການປີ, ການດູນດ່ຽງງົບປະມານໃນປີ 2024 ແຂວງຊຽງຂວາງຂາດດູນງົບປະມານ 384,98 ຕື້ກີບ ເທົ່າກັບ 56,30% ຂອງລາຍຈ່າຍທັງໝົດ, ໃນປີ 2024 ແຂວງຊຽງຂວາງ ສາມາດກຸ້ມຕົນເອງໄດ້ພຽງ 43,70% ຂອງລາຍຈ່າຍທັງໝົດ
ສຳລັບທິດທາງແຜນການປີ 2025 ສູ້ຊົນໃຫ້ຈັງວະຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 5,9%, ລວມຍອດຜະລິດຕະພັນພາຍໃນ GDP ໃຫ້ບັນລຸ 6,847.26 ຕື້ກີບ, ໃນນັ້ນຂົງເຂດກະສິ ກຳປ່າໄມ້ໃຫ້ຂະຫຍາຍຕົວໃນລະດັບ 4,13%, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 1,152 ໂດລາ/ຄົນ/ປີ, ສູ້ຊົນເກັບລາຍຮັບທ້ອງຖິ່ນເຂົ້າງົບປະມານໃຫ້ໄດ້ 287 ຕື້ກີບ ແລະ ຄາດຄະເນການຄຸ້ມຄອງການປະຕິ ບັດລາຍຈ່າຍທົ່ວແຂວງ 814,07 ຕື້ກີບ, ຄາດຄະເນການຂາດດູນງົບປະມານ 527,07 ຕື້ກີບ,
Cr: ສົມພອນ, ເດືອນ, ຕິ່ງຄຳ


