ທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄໍາມ່ວນ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບວຽກງານ ການເງິນ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນໃນວັນທີ 7 ກຸມພາ 2025, ວ່າ: ໃນທົ່ວແຂວງຄໍາມ່ວນ ມີຖານລາຍຮັບ ຕາມການເດີນສໍາຫຼວດ ທັງໝົດ 7,438 ຫົວໜ່ວຍ, ແຂວງຄຸ້ມຄອງ 1,417 ຫົວໜ່ວຍ, ເມືອງຄຸ້ມຄອງ 6,021 ຫົວໜ່ວຍ, ໃນນັ້ນ ລວມທັງຫົວໜ່ວຍທຸລະກິດທີ່ສູນ ກາງມອບໃຫ້ແຂວງຄຸ້ມຄອງ ໃນປີ 2023 ຈຳນວນ 15 ຫົວ ໜ່ວຍ.
ໃນປີ 2024 ແຂວງຄໍາມ່ວນ ໄດ້ຮັບແຜນການ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງລາຍຮັບສູນກາງ ແລະ ລາຍຮັບທ້ອງຖິ່ນ ມີທັງໝົດຈຳນວນ 2,434 ຕຶ້ກີບ ຜ່ານການຈັດຕັ້ງປະ ຕິບັດ ສາມາດຈັດເກັບລາຍຮັບໄດ້ 4,116 ຕື້ກີບ ເທົ່າກັບ 169.03% ຂອງແຜນປີ ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂື້ນ 1,391 ຕື້ກີບ ເທົ່າກັບ 79.86%
ໃນນັ້ນ: ລາຍຮັບສູນກາງ(ພາສີ): ໄດ້ຮັບແຜນການປີ 1,045 ຕື້ກີບ, ປະຕິບັດໄດ້ 1,316 ຕື້ກີບ ເທົ່າກັບ 125.96%; ລາຍຮັບທ້ອງຖິ່ນ: ໄດ້ຮັບແຜນການປີ 1,389 ຕື້ກີບ, ປະຕິບັດໄດ້ 2,799 ຕື້ກີບ, ເທົ່າກັບ 201.41%.
ດ້ານລາຍຈ່າຍ ແຜນລາຍຈ່າຍທັງໝົດ 1,101 ຕື້ກີບ, ປະຕິບັດໄດ້ທັງໝົດ 1,089 ຕື້ກີບ ເທົ່າກັບ 98.85% ຂອງແຜນປີ, ທຽບໃສ່ປີຜ່ານມາແມ່ນເພີ່ມຂື້ນ 47.05% ຫຼື ເທົ່າກັບ 349 ຕື້ກີບ.
ທ່ານຍົກໃຫ້ເຫັນຕື່ມວ່າ: ສໍາລັບແຜນຄາດຄະເນລາຍຮັບປີ 2025 ຕາມຕົວເລກທີ່ກະຊວງການເງິນ ຮັບຮອງທັງໝົດ 3,947 ຕື້ກີບ ທຽບໃສປີ 2024 ເພີ່ມຂື້ນ 62.16 % ຫຼື ເທົ່າກັບ 1,513 ຕື້ກີບ ໃນນັ້ນ, ລາຍຮັບສູນກາງປະຕິບັດຢູ່ແຂວງ 1,257 ຕື້ກີບ ທຽບໃສປີຜ່ານມາເພີ່ມຂື້ນ 20.29% ຫຼືເທົ່າກັບ 212 ຕື້ກີບ; ລາຍຮັບທອ້ງຖີ່ນ 2,690 ຕື້ກີບທຽບໃສປີຜ່ານມາ ເພີ່ມຂື້ນ 93.66% ຫຼື ເທົ່າກັບ 1,300 ຕື້ກີບ.
ດ້ານລາຍຈ່າຍຄາດຄະເນລາຍຈ່າຍຂອງແຂວງທັງໝົດ 792.42 ຕື້ກີບທຽບໃສປີ ຜ່ານມາ ຫຼຸດລົງ 28.06 % ເທົ່າກັບ 309.21 ຕື້ກີບ.



