ປີຜ່ານມາ ຫລວງພະບາງ ສ້າງລາຍຮັບໄດ້ 1 ຕື້ກວ່າໂດລາຈາກການທ່ອງທ່ຽວ

ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພານີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ປີ 2024 ຜ່ານມາ ເຊິ່ງເປັນປີທ່ອງທ່ຽວລາວ, ແຂວງຫລວງພະບາງ ໄດ້ຈັດທັງໝົດ 41 ກິດຈະກໍາ (ກິດຈະກຳລະດັບຊາດ 2 ກິດຈະກຳ) ໄດ້ຈັດຕັ້ງປະຕິບັດສໍາເລັດລວມ 33 ກິດຈະກໍາ ເທົ່າກັບ 80.48% ແລະ ບໍ່ສາມາດຈັດ ຕັ້ງປະຕິບັດໄດ້ລວມ 8 ກິດຈະກໍາ, ເທົ່າກັບ 19.52%.
ຜ່ານການຈັດຕັ້ງປະຕິບັດໃນການເປີດປີທ່ອງທ່ຽວລາວ 2024 ເຫັນວ່າໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 2,326,758 ເທື່ອຄົນ. ໃນນັ້ນ, ມີນັກທ່ອງທ່ຽວສາກົນ 1,551,334 ເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນ 775,424 ເທື່ອຄົນ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,297,060 ເທື່ອຄົນ ເທົ່າກັບ 125%, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 1.20 ຕື້ກວ່າໂດລາ.
ປັດຈຸບັນ, ແຂວງຫຼວງພະບາງ ມີໂຮງແຮມ ແລະ ຣີສອດ 116 ແຫ່ງ, ເຮືອນ ພັກ 454 ແຫ່ງ, ຮ້ານອາຫານ 351 ຮ້ານ, ຮ້ານບັນເທິງ ແລະ ກິນດື່ມ 81 ຮ້ານ, ບໍລິສັດທ່ອງທ່ຽວ 123 ບໍລິສັດ ແລະ ຮ້ານນວດ ແລະ ສະປາ 29 ຮ້ານ.




