ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຫນ້າ ເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ ເພີ່ມຂຶ້ນຢູ່ໃນລະດັບ 2.200.000 ກີບ/ຄົນ/ເດືອນ

Nov 27, 2024

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ວ່າ: ລັດຖະ ບານ ຖືສໍາຄັນ ແລະ ເປັນບູລິມະສິດໃນການປັບປຸງເງິນເດືອນ, ເງິນນະໂຍບາຍຕ່າງໆ ຂອງພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພະນັກງານບໍານານ ໂດຍໄດ້ເພີ່ມດັດສະນີ, ເພີ່ມເງິນຄ່າຄອງຊີບ ເປັນແຕ່ລະໄລຍະ.
ສຳລັບ ໃນປີ 2025, ລັດຖະບານ ໄດ້ປັບປຸງເພີ່ມເງິນອຸດຫນູນ ພະນັກງານ- ລັດຖະກອນ ໂດຍສະເພາະການເພີ່ມນະໂຍບາຍອຸດຫນູນຄ່າຄອງຊີບ, ປັບປຸງນະໂຍບາຍອຸດຫນູນ ຕໍາແຫນ່ງບໍລິ ຫານໂດຍໂຮມເອົາເງິນອຸດຫນູນຕໍາແຫນ່ງບໍລິຫານ ແລະ ນະໂຍ ບາຍນໍ້າມັນ ບຸກຄົນ ໃຫ້ເປັນດຽວກັນ, ປັບປຸງເງິນອຸດຫນູນອາຍຸການເພີ່ມຂຶ້ນ 100% ຂອງທຸກໄລຍະ, ປັບປຸງ ເພີ່ມເງິນນະໂຍ ບາຍລູກ ແລະ ເມຍຂຶ້ນ, ຄາດຫມາຍ ແມ່ນຈະເລີ່ມຈັດຕັ້ງປະຕິບັດໃນງວດ I ປີ 2025 ເຊິ່ງຈະເຮັດໃຫ້ເງິນເດືອນ ຂັ້ນຕໍ່າ ຂອງພະນັກງານ-ລັດຖະກອນ ຈະຢູ່ໃນລະດັບ 2.200.000 ກີບ/ຄົນ/ເດືອນ.
May be an image of 1 person and text