ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີໃໝ່ລາວປີນີ້ ນາງສັງຂານຂີ່ເສືອ ສະເຫີວຍນໍ້ານົມເປັນອາຫານ

Apr 11, 2025

ປີໃໝ່ລາວປີນີ້ ນາງສັງຂານຂີ່ເສືອ ສະເຫີວຍນໍ້ານົມເປັນອາຫານ
– ມື້ສັງຂານລ່ວງ : ວັນຈັນ ແຮມ 2 ຄໍ່າ ເດືອນ 5 ພສ 2567 ກົງກັບວັນທີ 14
ເມສາ 2025 ເວລາ 04 ໂມງ 30 ນາທີ 00 ວິນາທີ
– ມື້ສັງຂານເນົາ : ວັນອັງຄານ ແຮມ 3 ຄໍ່າ ເດືອນ 5 ພສ 2567 ວັນທີ 15
ເມສາ 2025
– ວັນສັງຂານຂຶ້ນ : ວັນພຸດ ແຮມ 4 ຄໍ່າ ເດືອນ 5 ພສ 2567 ວັນທີ່ 16 ເມສາ
2025 ເວລາ 08 ໂມງ 27 ນາທີ ປ່ຽນວັນຖະເຫຼີງສົກປີໃໝ່ລາວ ຈຸນລະສັກຣາດ
ເປັນ ຈສ 1387D
– ນາງສັງຂານ ຊົງພະນາມວ່າ : ” ໂຄຣາຄະເທວີ ” ຊົງພະຫຸຣັດທັດດອກກາງຂອງ
ອາພອນປະດັບໄປດ້ວຍແກ້ວມຸກດາຫານ ສະເຫວີຍນ້ຳນົມເປັນອາຫານ ພຣະ
ຫັດຂວາຖືພຣະຂັນ ( ງ້າວ ) ພຣະຫັດຊ້າຍຖືໄມ້ຄ້ອນເທົ້າ ສະເດັດນອນມາເທິງ
ຫລັງເສືອເປັນພາຫະນະ.
– ເກນພິຣຸນນະສາດ : ພະພຸດເປັນອະທິບໍດີ, ນາກຫຼິ້ນນໍ້າ 5 ໂຕ ບັນດານໃຫ້ຝົນ
ຕົກ 600 ຫ່າ ຕົກໃນຈັກກະວານ 240 ຫ່າ., ຕົກໃນປ່າຫິມະພານ 180 ຫ່າ,
ຕົກໃນມະຫາສະໝຸດ 120 ຫ່າ, ຕົກໃນໂລກມະນຸດ 60 ຫ່າ ( ຝົນຫຼາຍ ).
– ເກນທາຣາທິຄຸນ : ຕົກຣາສີ ອາໂປ ນໍ້າຈະມາກ ຝົນຕົກຕະຫຼອດປີ ນາດອນ
ແລະ ນາລຸ່ມ ຈະດີທັງສອງຢ່າງ ຈະມີລົມພັດບາງຄັ້ງບາງຄາວ ຈາກທິດທັງ 4
ຕາມລະດູການ.
– ເກນທັນຍາຫານ : ຊື່ວ່າ : ” ລາພະ “, ເຂົ້າກ້າໄຮ່ນາ ຈະໄດ້ຜົນ 10 ສ່ວນ ເສຍ
ແຕ່ສ່ວນດຽວ ປະຊາຊົນຈະມີຄວາມສຸກສະບາຍດີ ທັນຍາຫານຈະອຸດົມສົມບູນ
ດີ.
– ຜະລາມັດສະມັງສາຫານ : ໝາກໄມ້ຈະດົກມາກ ຊີ້ນປາອາຫານ ຈະອຸດົມ
ສົມບູນດີ.
– ຣຸກຂະຊາດ : ໄມ້ເດື່ອ ເປັນພະຍາ ຄົນທັງຫຼາຍ ຈະຢູ່ເຢັນເປັນສຸກແລ່
– ເກນກາລະໂຍກ : ວັນພຸດເປັນວັນທຸງໄຊ, ວັນສຸກເປັນອະທິບໍດີ, ວັນເສົາເປັນ
ອຸບາດ ແລະ ວັນອາທິດ ເປັນໂລກາວິນາດ.
#ຂໍ້ມູນຈາກ: ສາທຸ ບຸນທັນ ປຸນຍະກາມະເຖຣະ ວັດປ່າໂພນເພົາ ນະຄອນຫຼວງພຣະບາງ