ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີໃໝ່, ຄວາມຊົງຈໍາໃໝ່:​ ບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ອຸປະຖໍາຫຼັກ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025 ທີ່ຍິ່ງໃຫຍ່ ທີ່ສຸດ ໃນນະຄອນຫຼວງວຽງຈັນ !!!

Dec 29, 2024

👏 ປີໃໝ່, ຄວາມຊົງຈໍາໃໝ່:​ ບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ອຸປະຖໍາຫຼັກ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025 ທີ່ຍິ່ງໃຫຍ່ ທີ່ສຸດ ໃນນະຄອນຫຼວງວຽງຈັນ !!!
ເພື່ອນໆຮູ້ກັນຫຼືຍັງ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຫຼື Vientiane Countdown 2025 ປີນີ້ ຈັດຍິ່ງໃຫຍ່ ກ່ວາ
ທຸກໆປີທີ່ຜ່ານມາ, ໂດຍບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ໃຫ້ການ ສະໜັບສະໜູນຫຼັກ ມູນຄ່າຫຼາຍກ່ວາ 2.5 ຕື້ກີບ, ເພື່ອສ້າງປະສົບການ ທີ່ໜ້າຈົດຈໍາ ໃຫ້ຄົນທີ່ເຂົ້າຮ່ວມງານ.​
ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການສະແດງໄຟ ຍ້ອມ ສີປະຕູໄຊ, ການບິນໂດຣນ, ການຈູດພຸ, , ພ້ອມມີໂຊນຖ່າຍຮູບລານຫິມະຈຳລອງ, ອາຫານ, ເຄື່ອງດື່ມ ແລະ ດົນຕີເສບມ່ວນໆຕະຫຼອດງານ. ​
ຢ່າລືມ ຢ່າພາດ ມາຮ່ວມງານ ແລະ ນັບຖອຍຫຼັງ ເຂົ້າສູ່ປີໃໝ່ ໄປນໍາກັນ ກັບ Vientiane Countdown 2025 ລະຫວ່າງ ວັນທີ 29-31 ທັນວາ 2024 ຢູ່ບໍລິເວນ ປະຕູໄຊ ນະຄອນຫຼວງ ວຽງຈັນ.​ ເຂົ້າຮ່ວມງານຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ. ລາຍລະ ອຽດເພີ່ມຕື່ມ ທ່ານສາມາດເຂົ້າໄປຕິດຕາມ ອັບເດດກິດຈະກໍາຕ່າງໆ ຂອງງານໄດ້ ທີ່ເຟສບຸກເພຈ: Be lao by Beerlao