ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີໜ້າຈະປັບຂຶ້ນເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ ຈາກ 1.850.000 ກີບ ມາເປັນ 2.200.000 ກີບ

Nov 19, 2024

ໃນໂອກາດລາຍງານກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 18 ພະຈິກ 2024 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ໃນປີ 2025 ທີ່ຈະມາເຖີງນີ້ ກະຊວງການເງິນ ກໍຄື ລັດຖະບານ ຈະປັບຂຶ້ນເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ ຈາກ 1.850.000 ກີບ ມາເປັນ 2.200.000 ກີບ/ຄົນ/ເດືອນ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ແຕ່ງວດທີ 1 ປີ 2025 ເປັນຕົ້ນໄປ ແລະ ສືບຕໍ່ສົບທົບກັບກະຊວງພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປັບປຸງໂຄງສ້າງດັດສະນີເງິນເດືອນໃນໄລຍະຍາວ ໃຫ້ໃກ້ຄຽງກັບສະພາບເສດຖະກິດໃນແຕ່ລະໄລຍະຕາມຄວາມ ສາມາດຂອງງົບປະມານ.
ທ່ານໃຫ້ຮູ້ຕື່ມວ່າ: ນອກຈາກນີ້ ກະຊວງການເງິນ ຈະສຸມໃສ່ອອກຄຳແນະນຳ ກາຈັດຕັ້ງປະຕິ ບັດວຽກງານອາກອນມູນຄ່າເພີ່ມ 9 ສະບັບ ແລະ ຂະຫຍາຍຖານອາກອນມູນຄ່າເພີ່ມໃຫ້ຖືກ ຕ້ອງຄົບຖ້ວນ ຄັດເລືອກປະເພດກຸ່ມທຸລະກິດ ເພື່ອເປັນເປົ້າ ໝາຍ ໃນການຂະຫຍາຍຢ່າງຈິງຈັງ ໂດຍເລີ່ມຈາກ ກຸ່ມໂຮງແຮມ, ບ້ານພັກ, ຮ້ານອາຫານ, ຮ້ານຂາຍຄຳ ແລະ ວັດຖຸມີຄ່າ, ມິນິມາກ, ຮ້ານຂາຍລົດ, ຮ້ານຂາຍເຄື່ອງກໍ່ສ້າງ ແລະ ອື່ນໆ, ພ້ອມທັງການຕິດຕັ້ງເຄື່ອງບັນທຶກການຂາຍ ແລະ ການບໍລິການ(POS) ໃຫ້ຫົວໜ່ວຍທຸລະກິດດັ່ງກ່າວ; ຄົ້ນຄວ້ານະໂຍ ບາຍເພື່ອຊຸກຍູ້ໃຫ້ບຸກຄົນ, ນິຕິ ບຸກຄົນ ແລະ ອົງການ ຈັດຕັ້ງຫັນມານຳໃຊ້ໃບເກັບເງິນໃຫ້ຫລາຍຂຶ້ນ.
ນອກຈາກນີ້ ຈະຄຸ້ມຄອງການເກັບຄ່າທຳນຽມ, ຄ່າບໍລິການ ແລະ ບັນດາກອງທຶນຕ່າງໆ ໂດຍຫັນເປັນທັນສະໄໝຢ່າງ ລວມສູນໃຫ້ສອດຄ່ອງກັບມະຕິ 09/ລບ; ຄົ້ນຄວ້າເອົາອາກອນມອບເໝົາຈາກຊັບສິນດີຈິຕອນ ບວກເຂົ້າກັບຄ່າກະແສໄຟຟ້າ ເພື່ອຮັບປະກັນໃຫ້ ການເກັບລາຍຮັບດັ່ງກ່າວ, ເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ; ສຸມໃສ່ການເກັບອາ ກອນຈາກລັດຖະບັນຍັດປະທານປະເທດ ວ່າດ້ວຍອັດຕາອາກອນແບບເດັດຖານສະເພາະທຸລະກິດຄາຊີໂນ ເຊິ່ງຄາດວ່າຈະເກັບໄດ້ 26,73 ລ້ານໂດລາສະ ຫະລັດ ເທົ່າກັບ 615 ຕື້ກີບ ແລະ ອື່ນໆ.
May be an image of 2 people and text