ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2023 ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ລື່ນແຜນ 142,91%

Feb 29, 2024

ປີ 2023 ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ລື່ນແຜນ 142,91%
ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄຸ້ມຄອງດ່ານສາກົນດາກຕະອອກ ເມືອງດາກຈຶງ, ແຂວງເຊກອງ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 27 ກຸມພາ 2024 ນີ້ວ່າ: ດ່ານສາກົນດາກຕະອອກ ເປີດໃຫ້ບໍລິການເລີ່ມແຕ່ 7 ໂມງຫາ 19 ໂມງ, ໃຫ້ບໍລິການ ດ້ວຍຄວາມວ່ອງໄວ ດ້ວຍລະບົບທີ່ທັນສະໄຫມ, ຖືກຕ້ອງຕາມລະບຽບຫລັກການ ທີ່ພັກ-ລັດ ວາງອອກຢ່າງເຂັ້ມງວດ, ແຕ່ລະວັນ ມີລົດຂົນສົ່ງສິນຄ້າ ເຂົ້າ-ອອກ ສະເລ່ຍ 85-87 ຄັນ, ໃນນີ້ ລົດຂົນສົ່ງແຮ່ບົກຊິດ ສະເລ່ຍ 80 ຄັນຕໍ່ວັນ, ລົດຂົນສົ່ງມັນຕົ້ນ ແລະແປ້ງມັນຕົ້ນ 2 ຄັນຕໍ່ວັນ, ລົດໂດຍສານ 5 ຄັນຕໍ່ວັນ, ຖ້າສົມທຽບໃສ່ສອງປີຜ່ານມາ ເຫັນວ່າມີຂະບວນຟົດຟື້ນຫລາຍ, ໃນ 1 ປີຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 21.862.135.600 ກີບ (ແຜນປີ2023 ແມ່ນ 9 ຕື້ກີບ), ລື່ນແຜນ 142,91%.
ທ່ານ ແສງເພັດ ວາດສະຫງ່າ ໃຫ້ຮູ້ອີກວ່າ: ດ່ານສາກົນດາກຕະອອກ ສ້າງຕັ້ງໃນວັນທີ 13 ກໍລະກົດ 2021, ປະກອບມີ 4 ຄື: ວຽກງານດ່ານພາສີ, ວຽກງານດ່ານຕຳຫລວດ (ຕມ), ວຽກງານບໍລິຫານດ່ານ ແລະ ວຽກງານກັກກັ້ນພືດ-ສັດ, ສະຕະວະແພດ, ອາຫານ ແລະຢາ, ມີພະນັກງານລັດຖະກອນທັງໝົດ 50 ກວ່າຄົນ, ຍິງ 10 ຄົນ, ໃນໄລຍະຜ່ານມາ ຄະນະຄຸ້ມຄອງດ່ານໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມອງແນວຄິດການເມືອງ, ຊີ້ນຳຈັດຕັ້ງປະຕິບັດວຽກງານວິຊາສະເພາະແຕ່ລະຂະແຫນງການ ໂດຍສະເພາະໄດ້ເອົາໃຈໃສ່ບໍລິການ, ຄຸ້ມຄອງ, ຕິດຕາມ ກວດກາ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ແລະການຜ່ານແດນສິນຄ້າເຄື່ອງຂອງໃຫ້ວ່ອງໄວ ແລະຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ວາງໄວ້, ເກັບພາສີ ແລະລາຍຮັບທຸກປະເພດຕາມທີ່ໄດ້ກຳນົດໃນກົດຫມາຍທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງຄົບຖ້ວນ ແລະທັນເວລາ, ຄຸ້ມຄອງພາຫະນະ ແລະຜູ້ໂດຍສານໃນການເຂົ້າ-ອອກປະເທດ ຢ່າງເຂັ້ນງວດ ແນໃສ່ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຊຶ່ງໃນໄລຍະ 1 ປີຜ່ານມາ ມີພາຫະນະເຂົ້າ-ອອກທັງຫມົດ 19.696 ຄັນ, ມີຄົນເຂົ້າ-ອອກເມືອງທັງຫມົດ 50.525 ຄົນ, ຍິງ 5.448 ຄົນ, ອອກໃບຜ່ານແດນໃຫ້ປະຊາຊົນ ໄດ້ 698 ໃບ, ອັນທີ່ພົ້ນເດັ່ນ ສາມາດເກັບລາຍຮັບໄດ້ທັງໝົດ 21.862.135.600 ກີບ ເທົ່າກັບ 242,91% ( ແຜນປີ 2023 ແມ່ນ 9 ຕື້ກີບ), ລື່ນແຜນ 142,91%, ໃນນີ້ ຮັບຈາກພາສີ 17 ຕື້ກວ່າກີບ, ຮັບຈາກອາກອນ 4 ຕື້ກວ່າກີບ, ຄຽງຄູ່ກັນນີ້ ພວກເຮົາຍັງໄດ້ເອົາໃຈໃສ່ການຄຸ້ມຄອງຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ດ້ວຍການກວດກາເອກະສານການເດີນທາງຢ່າງລະອຽດຊັດເຈນ ເພື່ອປ້ອງກັນບໍ່ໃຫ້ເກີດມີກຸ່ມຄົນບໍ່ດີສວຍໃຊ້ໂອກາດໃນລະຫວ່າງການເດີນທາງເຂົ້າ-ອອກເມືອງຢ່າງເດັດຂາດ, ນອກນີ້ຍັງໄດ້ເອົາໃຈໃສ່ປະຕິບັດວຽກງານກັກກັນພືດ-ສັດ ຢ່າງເຂັ້ມງວດ .
ທ່ານ ແສງເພັດ ວາດສະຫງ່າ ໃຫ້ຮູ້ວ່າ: ສໍາລັບແຜນການປີ 2024 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ (ແຜນປີ 77 ຕື້ກວ່າກີບ), ໂດຍຈະສືບຕໍ່ຕິດຕາມກວດກາພາຫະນະ ເຂົ້າ-ອອກ, ຄົນເຂົ້າ-ອອກເມືອງ, ການນຳເຂົ້າ ແລະສົ່ງອອກສິນຄ້າ ແລະການບໍລິການອື່ນໆ ໃຫ້ເຂັ້ມງວດ.
ຂ່າວ:ພຸດທະສອນ