ໃນວັນທີ 18 ມີນາ 2025 ໄດ້ຈັດກອງປະຊຸມວຽກງານກວດ ກາ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງຄະ ນະກວດກາພັກ ກະຊວງການເງິນ ໂດຍການເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການເງິນ.
ສະຫາຍ ອຸບັນ ສຸພິດາ ໄດ້ຜ່ານບົດສະຫຼູບວຽກງານກວດກາ ເພື່ອຖອດຖອນບົດ ຮຽນການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ ແລະ ນໍາເອົາຜົນສໍາເລັດດັ່ງກ່າວມາ ເປັນບ່ອນ ອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ໄດ້ ຮັບຜົນສໍາເລັດໃຫຍ່ກວ່າເກົ່າ. ໃນບົດສະຫຼຸບສະຫາຍໃຫ້ເຫັນໄດ້ຫຼາຍວຽກ ງານທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ.
ໃນນີ້, ວຽກງານທີ່ພົ້ນເດັ່ນແມ່ນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ຢູ່ບັນດາທ້ອງຖິ່ນ ແລະ ດ່ານພາສີສາກົນໃນຂອບເຂດທົ່ວປະເທດ ຊຶ່ງຍັງພົບເຫັນການລະ ເມີດບັນນິຕິກຳທີ່ກ່ຽວຂ້ອງຂອງຂະແໜງການ ເປັນຕົ້ນແມ່ນການນຳເຂົ້າສິນຄ້າໃນລະບົບຄໍ້າປະກັນ ທີ່ຍັງຄ້າງສະສາງ ເຊິ່ງສ່ວນຫຼາຍແມ່ນບັນດາຂະແໜງການທີ່ມີ ການອະນຸຍາດນຳເຂົ້າແລ້ວບໍ່ມາສະສາງ.
ຄຽງຄູ່ກັນນັ້ນ ກໍ່ໄດ້ດຳເນີນການແຈ້ງຊັບສິນລາຍຮັບ ພະນັກ ງານ-ລັດຖະກອນທີ່ ທີ່ໄດ້ຮັບການເລື່ອນຕໍາແໜງ ແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່ ທີ່ກະຊວງການເງິນຄຸ້ມຄອງ ແລະ ຍັງໄດ້ເຂົ້າເປັນຄະນະສຶບສວນສອບຮ່ວມກັບອົງການກວດກາແຫ່ງລັດ ໃນການ ລົງເກັບກໍາຂໍ້ມູນ, ກວດກາ ແລະ ຕິດຕາມການດໍາເນີນຄະດີສາ ມາດໄດ້ຍຶດຊັບສິນ ແລະ ອາຍັດເງິນໃນບັນຊີທີ່ມີສ່ວນກ່ຽວຂ້ອງ 50 ບັນຊີ ເພື່ອດໍາເນີນການສືບສວນຂະຫຍາຍຜົນຫາຄວາມເຊື່ອມໂຍງກັບຜູ້ຖືກຫາ ແລະ ສາມາດເກັບກູ້ເງິນທີ່ຕົກເຮ່ຍເສຍ ຫາຍຄືນໃຫ້ແກ່ລັດໄດ້ 12,316,497,080 ຕື້ກີບ, 265,919 ໂດລາ ແລະ 24,889,060 ບາດ.
ທີ່ມາ: ກະຊວງການເງິນ






