ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2024 ຄາດຄະເນເມືອງເຟືອງ ຈະມີລາຍຮັບຈາກການທ່ອງທ່ຽວ 30 ຕື້ກີບ

Oct 30, 2024

ທ່ານ ຄໍາເພັດ ຈັນສົມພູ ເຈົ້າເມືອງໆເຟືອງ ແຂວງວຽງຈັນ ໃຫ້ສໍາພາດຕໍ່ສໍານັກຂ່າວສານປະເທດລາວເມື່ອບໍ່ດົນມານີ້ວ່າ: ນັບແຕ່ຕົ້ນປີ 2024 ມາຮອດປັດຈຸບັນ, ມີນັກທ່ອງທ່ຽວຫລາຍກວ່າ 146.686 ເທື່ອຄົນ, ຄາດວ່າໝົດປີ 2024 ນີ້, ຈະສ້າງລາຍຮັບຈາກການບໍລິການທ່ອງທ່ຽວເກືອບ 30 ຕື້ກີບ ແລະ ຈະສືບຕໍ່ເພີ່ມຂຶ້ນໃນຕໍ່ໜ້າ.
ພາຍຫລັງທີ່ການລະບາດຂອງພະຍາດໂຄວິດ-19 ຢຸດຕິລົງ: ວຽກງາການທ່ອງ ທ່ຽວ ແລະ ການພັດທະນາການ ທ່ອງທ່ຽວຢູ່ເມືອງເຟືອງ ໄດ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວກະໂດດ ເຊິ່ງເຫັນໄດ້ຢ່າງຈະແຈ້ງ ເປັນຕົ້ນ: ການທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ມີຄວາມນິຍົມຫລາຍ ໂດຍສະເພາະແມ່ນສະຖານທີ່ເຮືອນແພແຄມນໍ້າລີກ ແລະ ວັດໂນນຫີນແຮ່ ໄຊຍະລາມ ໃນແຕ່ລະປີເຫັນວ່າໄດ້ມີຈໍານວນນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ,ເຮັດໃຫ້ການກໍ່ສ້າງ, ປັບປຸງ ແລະ ຍົກລະດັບສະຖານທີ່ທ່ອງທ່ຽວ ຕະຫລອດຮອດຄຸນນະພາບຂອງການໃຫ້ບໍລິການນັກທ່ອງທ່ຽວຕ່າງໆ ແມ່ນດີເທື່ອລະກ້າວ. ພ້ອມນີ້, ພາກລັດໄດ້ມີການຊຸກຍູ້-ສົ່ງ ເສີມ ແລະ ຄຸ້ມຄອງວຽກງານດັ່ງກ່າວ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ສໍາລັບບັນດາຮ້ານອາຫານ, ກິນດື່ມ, ເຮືອນພັກຕ່າງໆ ກໍໄດ້ມີການຂະຫຍາຍຕົວ ເຊິ່ງໄດ້ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ປະຊາຊົນບັນດາເຜົ່າພາຍໃນເມືອງ ຕື່ມອີກ.
ທ່ານ ເຈົ້າເມືອງ ໃຫ້ຮູ້ຕື່ມວ່າ: ເພື່ອເປັນສົ່ງຍູ້ ແລະ ສົ່ງເສີມວຽກງານການທ່ອງ ທ່ຽວແບບໃຫ້ຄຶກຄື້ນ ແລະ ແບບມີເອກະລັກໜຶ່ງດຽວ, ເມືອງເຟືອງ ໄດ້ຈັດເທສະການສາມໝື່ນຕູບເຟືອງ, ບຸນມະໂຫລານບັ້ງໄຟໃຫຍ່ປະຈຳປີ, ການບໍລິການລ່ອງເຮືອຊົມທຳມະຊາດຕາມນໍ້າລີກ, ສະຖານທີ່ພັກເຮືອນແພໜ້ານໍ້າ, ການໃສ່ບາດຂອງນັກທ່ອງທ່ຽວຢູ່ຕາມເຮືອນແພແຄມນໍ້າ ແລະ ບຸນປະເພນີຂອງແຕ່ລະຊົນເຜົ່າພາຍໃນເມືອງ ກະຕຸ້ນການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຄຽງຄູ່ກັບການສ້າງລາຍຮັບໃຫ້ຊຸມຊົນ ກໍຄື ຜູ້ປະກອບການ.
ທີ່ມາ: ຂ່າວສານປະເທດລາວ