ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2024 ຜ່ານມາ ແຂວງວຽງຈັນ ມີຄະດີຢາເສບຕິດເກີດຂຶ້ນ 230 ເລື່ອງ, ມີຜູ້ຖືກຫາ 330 ຄົນ

Jan 15, 2025

ພັທ ສົມສັກ ໄຊປັນຍາ ຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສື່ມວນຊົນ ປກສ ໃນວັນທີ 13 ມັງກອນ 2025 ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງແຂວງວຽງຈັນ ມາຮອດປັດຈຸບັນ ສາມາດຂຶ້ນບັນຊີເປົ້າໝາຍເສບ, ຂົນສົ່ງ, ຄ້າ-ຂາຍ ລາຍນ້ອຍ, ລາຍກາງ, ລາຍໃຫຍ່ ໄດ້ໂດຍພື້ນຖານ ສະແດງອອກໃນບາງຜົນງານການແກ້ໄຂຄະດີຂອງຫ້ອງຕຳຫຼວດ ໃນປີ 2024 ສາ ມາດສ້າງບ້ານປອດຢາເສບຕິດທີ່ຖືກຮັບຮອງແລ້ວ 286 ບ້ານ, ໂຮງຮຽນປອດຢາເສບຕິດ 75 ແຫ່ງ ໃນນີ້ມີວິທະຍາໄລ 1 ແຫ່ງ, ໄດ້ນໍາເອົາຢາເສບຕິດທີ່ສານຕັດສີນໃຊ້ໄດ້ຢ່າງເດັດຂາດແລ້ວມາທໍາລາຍ 1 ຄັ້ງ ມີ 11 ລາຍການ. ຄະດີຢາເສບຕິດເກີດຂຶ້ນ 230 ເລື່ອງ, ກັກຕົວຜູ້ຖືກຫາ 330 ຄົນ ຍິງ 31 ຄົນ, ຍືດຂອງກາງປະເພດຢາບ້າ 2.047.797 ເມັດ ມີສານເສບຕິດ ແລະ ຂອງກາງປະເພດອື່ນໆອີກຫຼາຍລາຍການໃນນີ້ມີອາວຸດເສິກ, ທາດລະເບີດອີກຈຳ ນວນໜຶ່ງ. ນອກນັ້ນ, ຍັງໄດ້ສຸມໃສ່ມ້າງກຸ່ມມົ້ວສຸມ ຂາຍ-ດື່ມນໍ້າກະທ່ອມ, ຢາສູບໄຟຟ້າ, ຄໍລາເຈນ, ປຸ່ມເປົ້າທີ່ມີສານເສບຕິດ ແລະ ອື່ນໆ.
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນປີ 2025 ຢູ່ແຂວງວຽງຈັນ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ພັທ ສົມສັກ ໄຊປັນຍາ ເຊີນຊວນໃຫ້ທຸກຊັ້ນຄົນ, ປະຊາຊົນບັນດາ ເຜົ່າທົ່ວແຂວງວຽງຈັນ ເຂົ້າມາມີສ່ວນຮ່ວມກັບພາກສ່ວນເຈົ້າໜ້າທີ່ຕຳຫຼວດ, ຖືເອົາວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ຂອງທົ່ວປວງຊົນຮອບດ້ານ, ຮັບປະກັນໃຫ້ແຂວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ ມີຄວາມສະ ຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ບັນຫາຢາເສບຕິດພາຍໃນແຂວງຫຼຸດລົງເທື່ອລະກ້າວ.
ພາບ-ຂ່າວ: ສື່ມວນຊົນ ປກສ