ປີ 2024 ຜ່ານມາ ແຂວງຫລວງພະບາງ ເກັບລາຍຮັບບັນລຸ 1,087.29 ຕື້ກີບ

ໃນໂອກາດລາຍງານຕໍ່ຄະນະພັກ-ຄະນະນໍາ ກະຊວງການເງິນ ທີ່ລົງເຄື່ອນໄຫວຊຸກຍູ້, ຕິດຕາມການຈັດຕັ້ງປະຕິ ບັດແຜນງົບ ປະມານແຫ່ງລັດ ປີ 2025 ທີ່ ແຂວງຫຼວງພະບາງ ເມື່ອບໍ່ດົນມານີ້, ທ່ານ ຄິນຄໍາ ເລັ່ງສະຫວັດ, ຫົວໜ້າພະ ແນກການເງິນ ໃຫ້ຮູ້ ວ່າ: ປີ 2024 ຜ່ານມາ ການຈັດເກັບລາຍຮັບທົ່ວແຂວງຫລວງພະບາງ (ພູດສູນກາງ ແລະ ທ້ອງ ຖິ່ນ) ບັນລຸໄດ້ 1,087.29 ຕື້ກີບ, ເທົ່າກັບ 152.57%, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 1,051.55 ຕື້ກີບ, ເທົ່າກັບ 154.35% (ປະຕິບັດໄດ້ລື່ນແຜນ 370.28 ຕື້ກີບ) ສາມາດຄຸ້ມຄອງລາຍຈ່າຍຕາມຂອບເພດານທີ່ກະຊວງການເງິນກຳນົດ ປະຕິບັດໄດ້ 910.24 ຕື້ກີບ, ເທົ່າກັບ 99.20%. ເນື່ອງມາຈາກການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເຊິ່ງເປັນທ່າແຮງໜຶ່ງທີ່ເຮັດໃຫ້ວຽກງານຂອງຂະແໜງການເງິນສາມາດບັນລຸຕາມຄາດ ໝາຍ.
ທ່ານໃຫ້ຮູ້ຕື່ວ່າ: ສໍາລັບໃນປີ 2025 ແຜນລາຍຮັບທັງໝົດ ສູນກາງ ແລະ ທ້ອງ ຖິ່ນ 1,202.20 ຕື້ກີບ (ຕົວເລກຮອດວັນທີ 05 ກຸມພາ 2024) ປະຕິບັດໄດ້ 190.11 ຕື້ກີບ, ເທົ່າກັບ 15.81% ຂອງແຜນປີ, ໃນນີ້ ລາຍຮັບພູດສູນກາງ (ລາຍຮັບພາສີ) ແຜນ 49.80 ຕື້ກີບ ປະຕິບັດໄດ້ 3.66 ຕື້ກີບ, ເທົ່າກັບ 7.36% ຂອງແຜນປີ; ແຜນລາຍຮັບພູດທ້ອງຖິ່ນທັງໝົດ 1,152.400 ຕື້ກີບ ປະຕິບັດໄດ້ 186.45 ຕື້ກີບ, ເທົ່າ ກັບ 16.18% ຂອງແຜນປີ.
ປີ 2025 ນີ້, ຕາມແຜນການຈັດເກັບລາຍຮັບງົບປະມານ ທົ່ວປະເທດ ໃຫ້ບັນລຸປະມານປະມານ 68,100 ຕື້ກີບ ເພີ່ມຂຶ້ນຈາກປີ 2024 ຈໍານວນ 17,052 ຕື້ກີບ ເທົ່າກັບ 33.40%. ສະເພາະແຂວງຫຼວງພະບາງ ແມ່ນເພີ່ມຂຶ້ນ 68% ທຽບໃສ່ແຜນປີ 2024 ຈໍານວນ 712 ຕື້ກີບ ແລະ ປີ 2025 ເພີ່ມເປັນ ຈໍານວນ 1,202 ຕື້ກີບ, ແຕ່ຖ້າທຽບ ໃສ່ຕົວເລກທີແຂວງປະຕິບັດໄດ້ໃນປີ 2024 ແມ່ນເພີ່ມຂຶ້ນພຽງແຕ່ 10.58% (ຕົວເລກລາຍຮັບປະຕິບັດໄດ້ໃນປີ 2024 ແມ່ນ 1,087 ຕື້ກີບ).


