ໃນປີ 2024 ຜ່ານມາ, ແຂວງເຊກອງ ປະຕິບັດການນຳເຂົ້າສິນຄ້າ ໄດ້ທັງໝົດ 7.01 ລ້ານໂດລາສະຫະລັດສະຫະລັດ, ທຽບໃສ່ແຜນປີເທົ່າກັບ 37,03% ແລະ ຜະລິດສິນຄ້າສົ່ງອອກບັນລຸໄດ້ 178.22 ລ້ານໂດລາສະຫະລັດ ທຽບໃສ່ແຜນປີເທົ່າກັບ 69,61% ເຮັດໃຫ້ແຂວງເກີນດຸ່ນການຄ້າ 171,21 ລ້ານໂດລາສະຫະລັດ. ພ້ອມກັນນີ້, ຍັງມີມູນຄ່າຈໍລະຈອນສິນຄ້າປະຕິບັດໄດ້ 474.73 ຕື້ກີບ ທຽບໃສ່ແຜນປີ ລື່ນແຜນ 64%.
ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ທົ່ວແຂວງ ມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 113 ຫົວໜ່ວຍ, ມີມູນຄ່າການລົງທຶນ 58.89 ຕື້ກີບ, ມີຈຳນວນແຮງງານທັງໝົດ 735 ຄົນ. ໃນນີ້, ໂຮງງານຂະໜາດໃຫຍ່ 3 ຫົວໜ່ວຍ ມີມູນຄ່າການລົງທຶນ 14.91 ຕື້ກີບ ມີຈຳນວນແຮງງານທັງໝົດ 79 ຄົນ, ໂຮງງານຂະໜາດກາງ 8 ຫົວໜ່ວຍ ມີມູນຄ່າການລົງທຶນ 14.85 ຕື້ກີບ ມີຈໍານວນແຮງງານ 107 ຄົນ, ໂຮງງານຂະໜາດນ້ອຍ 76 ຫົວໜ່ວຍ ມີມູນຄ່າການລົງທຶນ 27.26 ຕື້ກີບ ມີຈໍານວນແຮງງານ 453 ຄົນ ແລະ ໂຮງງານຂະໜາດນ້ອຍ (ແບບຄອບຄົວ) 26 ຫົວໜ່ວຍ ມີມູນຄ່າການລົງທຶນ 1.85 ຕື້ກີບ ມີຈໍານວນແຮງງານ 96 ຄົນ.
ດ້ານການຈໍລະຈອນສິນຄ້າກະສິກຳ, ສິນຄ້າທົ່ວໄປ, ການຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ ປະຕິບັດໄດ້ 474,73 ຕື້ກີບ ທຽບໃສ່ແຜນປີລື່ນແຜນ 64%, ບໍລິມາດຈະລາ ຈອນຂົນສົ່ງສິນຄ້າໄດ້ 6,339,472 ໂຕນ/ກມ, ບໍລິມາດຈາລະຈອນຂົນສົ່ງໂດຍສານ 6,731,515 ຄົນ/ກມ, ອອກໃບຢັ້ງຢືນຕໍ່ໃບອະນຸຍາດດຳເນີນກິດຈະການໂຮງງານ 3 ຫົວໜ່ວຍ ທຶນຈົດທະບຽນ7 ຕື້ກີບ, ອອກໃບຢັ້ງຢືນຜະລິດຕະພັນໄມ້ 10,62 ພັນແມັດກ້ອນ ມູນຄ່າ 27.44 ຕື້ກີບ ແລະ ອອກຢັ້ງຢືນຜະລິດຕະພັນຖ່ານຂາວ 945.04 ໂຕນ ມູນຄ່າ 3.91 ຕື້ກີບ.
Cr. ສັນຍາ



