ທ່ານ ພູວັນ ເພັດມີໄຊ, ຮອງຫົວໜ້າພະແນກ ຖະະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຢູ່ທີ່ຫໍວັດທະນະທໍາຂອງແຂວງຫົວພັນ ໃນວັນທີ 21 ກຸມພາ 2025 ວ່າ: ປີ 2024 ມີນັກທ່ອງທ່ຽວເຂົ້າມາແຂວງຫົວພັນທັງໝົດ 53.232 ຄົນ ປະຕິບັດໄດ້ເກີນແຜນ 112%. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 16.881 ຄົນ ທຽບແຜນປະຕິບັດໄດ້ 102%, ນັກທ່ອງທ່ຽວຕ່າງປະເທດ 36.351 ຄົນ, ທຽບໃສ່ແຜນການປະຕິບັດໄດ້ 118%, ສາມາດສ້າງລາຍຮັບສະເລ່ຍໃຫ້ແກ່ສັງຄົມຈາກວຽກງານທ່ອງທ່ຽວໄດ້ທັງໝົດ 58 ຕື້ກວ່າກີບ ທຽບໃສ່ແຜນປີປະຕິບັດໄດ້ 115%.
ທ່ານຍັງໃຫ້ຮູ້ກ່ຽວກັບ ວຽກງານວັດທະນະທຳ ວ່າ: ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານການສ້າງຄອບຄົວ, ບ້ານ ແລະ ກົມກອງວັດທະນະທຳຢູ່ບັນດາເມືອງ, ລົງເກັບກຳຂໍ້ມູນປະເພນີ-ວິຖີຊິວິດ, ວັດທະ ນະທຳເຜົ່າມ້ອຍ ເມືອງຊຳເໜືອ ແລະ ຈັດພິມເປັນປື້ມຂໍ້ມູນເຜົ່າໄດ້ສຳເລັດ, ສາມາດປະກາດຮັບຮອງມໍລະດົກແຫ່ງຊາດລະດັບທ້ອງຖິ່ນໄດ້ 3 ລາຍການຄື: ຂັບໄຕແດງ, ແຈ່ວປາບໍ້າຊໍາເໜືອ ແລະ ຫີນຕັ້ງຫົວເມືອງ, ປະກາດບ້ານວັດທະນະທຳໄດ້ 24 ບ້ານ ທຽບໃສ່ແຜນການປີປະຕິບັດໄດ້ 120% ( ລື່ນແຜນການ 4 ບ້ານ ) ແລະ ຄອບຄົວວັດທະນະທຳໄດ້ 1.228 ຄອບຄົວ ທຽບໃສ່ແຜນການປີປະຕິບັດໄດ້ 61,4.%, ປະກາດກົມກອງວັດທະນະທຳໄດ້ 1 ກົມກອງ. ປະຈຸບັນທົ່ວແຂວງມີບ້ານວັດທະນະທຳທັງໝົດ 542 ບ້ານ, ຄອບຄົວວັດທະນະທຳ 49.902 ຄອບຄົວ ແລະ ມີກົມກອງວັດທະນະທຳ 3 ກົມກອງ.



