ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2024 ມີນັກສຶກສາ ມຊ ໄດ້ຮັບໃບປະກາດແດງ 96 ຄົນ

Nov 4, 2024

ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ລາຍງານເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ, ສະຫຼຸບຊຸດຮຽນ 2020- 2024 ແລະເປີດສົກຮຽນໃໝ່ 2024-2025 ວັນທີ 30 ຕຸລາ 2024 ຜ່ານມານີ້ວ່າ:
ສົກສຶກສາ 2023-2024 ມະຫາວິທະຍາໄລແຫ່ງຊາດ ມີພະ ນັກງານ ຄູອາຈານທັງໝົດ: 1,546 ທ່ານ, ຍິງ 691 ທ່ານ, ພະ ນັກງານບໍລິຫານ 268 ທ່ານ, ຍິງ 167 ທ່ານ, ໃນຊຸດຮຽນ 2020 -2024 ນີ້, ມີນັກສຶກສາທັງໝົດ 18,240 ຄົນ, ຍິງ 8,772 ຄົນ, ພຣະສົງ ຈໍານວນ 77 ອົງ, ແລະ ໃນຈໍານວນດັ່ງກ່າວນີ້ ມີນັກສຶກສາປີສຸດທ້າຍຈົບການສຶກສາ 5,837 ຄົນ, ຍິງ 2,685 ຄົນ. ໄດ້ຮັບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ຈຳນວນ 96 ຄົນ, ຍິງ 59 ຄົນ. ນັກສຶກສາທີ່ມີຜົນງານດີເດັ່ນຮອບດ້ານ; ດີເດັ່ນເຄື່ອນໄຫວກິດຈະກໍາ; ດີເດັ່ນການເຄື່ອນ ໄຫວດ້ານກີລາ; ດີເດັ່ນດ້ານການເຄື່ອນໄຫວສິລະປະປະເພດຕ່າງໆມີທັງໝົດ ຈໍານວນ 1,436 ຄົນ, ຍິງ 786 ຄົນ, ດີເດັ່ນຮອບດ້ານ ຈໍານວນ 409 ຄົນ, ຍິງ 255 ຄົນ, ພຣະສົງ 1 ອົງ, ດີເດັ່ນດ້ານການຮຽນຈໍານວນ 164 ຄົນ, ຍິງ 101 ຄົນ, ພຣະສົງ 1 ອົງ,ດີເດັ່ນດ້ານການປະກອບສ່ວນກິດຈະກໍາ ຈໍານວນ 729 ຄົນ,ຍິງ 786 ຄົນ, ພຣະສົງ 2 ອົງ.
ຂໍ້ມູນຈາກ: ໜັງສືພິມປະຊາຊົນ