ໃນປີ 2024 ຜ່ານມາ ທົ່ວແຂວງອັດຕະປື ມີອຸບັດຕິເຫດຕາມທ້ອງຖະໜົນຫຼວງເກີດຂຶ້ນທັງໝົດ 378 ລາຍ, ທຽບໃສ່ປີ 2023 ເພີ່ມຂຶ້ນ 18 ລາຍ, ຈຸດທີ່ມັກເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນເສັ້ນທາງ 4 ແຍກ 3 ແຍກ, ຢູ່ເຂດຊຸມຊົນ ທີ່ມີການສັນຈອນແອອັດ ແລະ ບ່ອນທາງໂຄ້ງ, ຈາກການເກີດອຸບັດຕິເຫດດັ່ງກ່າວ ມີພາຫະນະເປ້ເພ 610 ຄັນ, ເພເລັກນ້ອຍ 377 ຄັນ, ເພສົມຄວນ 221 ຄັນ, ໃຊ້ການບໍ່ໄດ້ 12 ຄັນ, ມີຄົນໄດ້ຮັບບາດເຈັບທັງໝົດ 614 ຄົນ, ບາດເຈັບເລັກນ້ອຍ 340 ຄົນ, ບາດເຈັບສົມຄວນ 208 ຄົນ, ບາດເຈັບສາຫັດ 29 ຄົນ ແລະ ເສຍຊີວິດ 37 ຄົນ, ຍິງ 5 ຄົນ, ຜູ້ເສຍຊີວິດທຽບໃສ່ປີ 2023 ເພີ່ມຂື້ນ 14 ຄົນ, ລວມມູນຄ່າເສຍຫາຍຍ້ອນການເກີດອຸບປະຕິເຫດທັງໝົດ 4 ຕື້ 155 ລ້ານກວ່າກີບ.
ທ່ານ ຮ້ອຍເອກ ເມືອງໄຊ ໝື່ນຫຼວງ ຮອງກອງສືບສວນ-ສອບສວນ ຄະດີອຸບັດຕິເຫດ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ ອັດຕະປື ໄດ້ໃຫ້ສໍາພາດໃນວັນທີ 7 ມັງກອນ 2025 ນີ້ວ່າ: ປີ 2024 ຜ່ານມາ ທາງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງອັດຕະປື ກໍ່ຄື ກອງສືບສວນ-ສອບສວນຄະດີອຸບັດຕິເຫດ ໄດ້ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ເຮັດໜ້າທີ່ລົງເຄື່ອນໄຫວຕາມເສັ້ນທາງທາງຫຼວງ ໃນຂອບເຂດເທດສະບານແຂວງ ແລະ ບັນດາ 5 ຕົວເມືອງຂອງແຂວງ, ລວມທັງຕາມຈຸດ 4 ແຍກໄຟແດງ, ຕາມສຳນັກງານອົງການຕ່າງໆ ແລະ ບັນດາໝວດໂຮງຮຽນ ເພື່ອໃຫ້ພໍ່ແມ່ປະຊາຊົນ ຕະຫຼອດຮອດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ພາຍໃນແຂວງ ກໍ່ຄືຜູ້ທີ່ໃຊ້ລົດ-ໃຊ້ຖະໜົນທົ່ວໄປ ໄດ້ຮັບຮູ້ກົດລະບຽບການສັນຈອນ.
ທ່ານ ຮ້ອຍເອກ ເມືອງໄຊ ໝື່ນຫຼວງ ຮອງກອງສືບສວນ-ສອບສວນ ຄະດີອຸບັດຕິເຫດ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງອັດຕະປື ຍັງໄດ້ຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ຕະຫຼອດຮອດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ພາຍໃນແຂວງ ອັດຕະປື ກໍ່ຄືຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ ຕາມສາຍທາງ ໃຫ້ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ຫ້າມຂັບຂີ່ລົດໃຊ້ຄວາມໄວເກີນກຳນົດ, ເວລາຂັບຂີລົດຈັກໃຫ້ໃສ່ໝວກກັນກະທົບທີ່ໄດ້ມາດຕະຖານ, ດື່ມສິ່ງມຶນເມົາແລ້ວຫ້າມຂັບຂີ່, ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຂັບຂີ່ ເພື່ອໃຫ້ມີຄວາມຮັບປະກັນ ແລະ ປອດໄພ ຫຼຸດຜ່ອນ ແລະ ຫຼີກລ່ຽງການເກີດອຸບັດຕິເຫດທຸກກໍລະນີ.
ຂ່າວ: ວັດທະນາ







