ສ່ວຍສາອາກອນ ປະຈຳເມືອງສີສັດຕະນາກ ສາຍຕັ້ງຂຶ້ນກັບສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ແລະ ສາຍຂວາງຂຶ້ນກັບອົງການປົກຄອງເມືອງ, ເຮັດໜ້າທີ່ໃນການຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນຈາກຫົວໜ່ວຍວິສາຫະກິດ, ລາຍຮັບທີ່ດິນ, ຄ່າທໍານຽມ, ຄ່າບໍລິການ, ບັນດາຂະແໜງການລັດເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການກໍານົດ.
ທ່ານ ຄໍາຫຼ້າ ສຣິດທິຣາດ ຫົວໜ້າສ່ວຍສາອາກອນ ປະຈຳເມືອງສີສັດຕະນາກ ໄດ້ໃຫ້ສໍາພາດໃນວັນທີ 20 ມັງກອນ 2025 ນີ້ວ່າ: ການຈັດຕັ້ງປະຕິບັດເກັບລາຍຮັບສ່ວຍສາອາກອນໃນປີ 2024 ຜ່ານມາ; ຄະນະສ່ວຍສາອາກອນ ປະຈຳເມືອງສີສັດຕະນາກ, ໄດ້ເອົາໃຈໃສ່ຕໍ່ວຽກງານແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ນັບຖືການຈັດຕັ້ງ, ຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ຕາມການຈັກຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໂດຍພື້ນຖານເປັນຢ່າງສູງ.
ສໍາລັບວຽກຄຸ້ມຄອງລາຍຮັບສ່ວຍສາອາກອນໃນປີ 2024 ສ່ວຍສາອາກອນ ປະຈໍາເມືອງສີສັດຕະນາກ ໄດ້ຮັບຕົວເລກແຜນການເກັບລາຍຮັບຕາມແຜນດັດແກ້ທັງໝົດ 78,19 ຕື້ກວ່າກີບ; ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 149,25 ຕື້ກວ່າກີບ ຫຼື ເທົ່າກັບ 190,88% ຂອງແຜນການປີ, ຄິດເປັນເງິນລື່ນແຜນການປີ 71,06 ຕື້ກວ່າກີບ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 154,03%, ເຊິ່ງລາຍຮັບດັ່ງກ່າວໄດ້ຈາກການຈັດເກັບລາຍຮັບອາກອນປົກກະຕິ, ລາຍຮັບຈາກທີ່ດິນ, ທໍານຽມ ແລະ ວິຊາການ, ລາຍຮັບຈາກກອງທຶນວິຊາການລາຍຮັບຈາກຊັບສິນ ແລະ ອັນທີ່ພົ້ນເດັ່ນກວ່າໝູ່ໄດ້ຈາກຖານລາຍຮັບການບໍລິການຄິດເປັນເງິນ 104,48 ຕື້ກວ່າກີບ,ຖັດລົງມາການຄ້າຄິດເປັນເງິນ 37,31 ຕື້ກວ່າກີບ ແລະ ການຜະລິດເປັນເງິນ 7,46 ຕື້ກວ່າກີບ. ນອກນີ້ຍັງໄດ້ຈາກການຈັດເກັບອາກອນມູນຄ່າເພີ່ມ, ອາກອນເງິນເດືອນ, ອາກອນກຳໄລ, ຄ່າເຊົ່າ ແລະ ບ້ານສາມສ້າງຈໍານວນໜຶ່ງ.
ທີ່ມາ: ກະຊວງການເງິນ



