ປີ 2024 ເມືອງແກ່ນທ້າວ ມີຄະດີອາຍາເກີດຂຶ້ນ ທັງໝົດ 30 ກວ່າເລື່ອງ.

ພັທ ນາງ ວົງວິໄລ ສຸຂະລິວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2024 ຢູ່ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2025 ໃນວັນທີ 26 ກຸມພາ 2025 ນີ້ ວ່າ: ໃນ 1 ປີ ຜ່ານມາ ມີຄະດີອາຍາເກີດຂຶ້ນທັງໝົດ 32 ເລື່ອງ, ກັກຕົວຜູ້ກະທໍາຜິດ 59 ຄົນ, ຍິງ 9 ຄົນ, ເດັ່ນກວ່າໝູ່ແມ່ນ ຄະດີການທຳຮ້າຍຮ່າງກາຍ ມີ 8 ເລື່ອງ, ກັກຕົວຜູ້ກະທໍາຜິດ 26 ຄົນ, ຄະດີຂົ່ມຂືນກະທຳຊຳເລົາ ມີ 4 ເລື່ອງ, ກັກຕົວຜູ້ກະທໍາຜິດ 4 ຄົນ, ຄະດີລັກຊັບ 3 ເລື່ອງ, ກັກຕົວຜູ້ກະທໍາຜິດ 3 ຄົນ, ຄະດີທໍາມິດສະຈານ 3 ເລື່ອງ, ກັກຕົວຜູ້ກະທໍາຜິດ 6 ຄົນ, ຍິງ 3 ຄົນ, ຄະດີລັກງັດແງະ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີຄາດຕະກໍາ 01 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີສໍ້ໂກງຊັບ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີບັງຄັບເອົາຊັບ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະມັດລະວັງ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີຊື້ຊັບຜິດກົດໝາຍ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີທໍາລາຍຊັບ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີການທໍາລາຍຫຼັກຖານ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີຜູ້ຖືກຊັດທອດ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີການຂຸດຄົ້ນແຮ່ທາດບໍ່ຖືກຕ້ອງ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 2 ຄົນ, ຄະດີກໍ່ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຍິງ 1ຄົນ, ຄະດີການນິນທາ ແລະ ການໃສ່ຮ້າຍ ຜ່ານຊື່ສັງຄົມອອນລາຍ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຍິງ 1 ຄົນ, ຄະດີພົວພັນກັບການລັກລອບເອົາພາຫະນະ (ລົດໃຫຍ່) ຂ້າມຊາຍແດນ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 2 ຄົນ. ຈາກນັ້ນ, ຍັງໄດ້ດໍາເນີນການແກ້ໄຂພາກສ່ວນເປົ້າໝາຍຄ້າ-ຂາຍຢາເສບຕິດ ຈໍານວນ 53 ເລື່ອງ, ກັກຕົວຜູ້ກະທໍາຜິດ 56 ຄົນ, ຍິງ 7 ຄົນ, ຍຶດຂອງກາງຢາບ້າ ຈໍານວນ 26,900 ເມັດ ແລະ ໄດ້ເລີກຮື້ເປົ້າໝາຍເສບຢາເສບຕິດສົ່ງເຂົ້າໂຮງຮຽນສືກສາອົບຮົມໃຫ້ເປັນພົນລະເມືອງດີ ຈໍານວນ 180 ກວ່າຄົນ, ຍິງ 5 ຄົນ. ໃນປີ 2024 ຜ່ານມາ ຢູ່ພາຍໃນເມືອງ ຍັງມີອຸບັດຕິເຫດເກີດຂຶ້ນຕາມທ້ອງຖະໜົນຫຼວງ 41 ເລື່ອງ, ພາຫະນະເປ່ເພທັງໝົດ 63 ຄັນ, ເປ່ເພເລັກນ້ອຍ 26 ຄັນ, ເປ່ເພສົມຄວນ 36 ຄັນ, ໃຊ້ການບໍ່ໄດ້ 1 ຄັນ. ຄົນໄດ້ຮັບບາດເຈັບທັງໝົດ 46 ຄົນ, ຍິງ 23 ຄົນ, ບາດເຈັບເລັກນ້ອຍ 29ຄົນ, ຍິງ 17 ຄົນ, ບາດເຈັບສົມຄວນ 12 ຄົນ, ຍິງ 4 ຄົນ, ບາດເຈັບສາຫັດ 5 ຄົນ, ຍິງ 2 ຄົນ, ເສຍຊີວິດ 5 ຄົນ ມູນຄ່າເສຍຫາຍທັງໝົດ 810,500,000 ກີບ.
ຂ່າວ: ແກ່ນທ້າວ.




