ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2024 ເສດຖະກິດແຂວງອັດຕະປື ເຕີບໂຕຢູ່ໃນລະດັບ 4.25%

Jan 23, 2025

ໃນປີ 2024 ຜ່ານມາ ການເຕີບໂຕທາງດ້ານເສດຖະກິດຂອງແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 4.25% (ມະຕິສະພາ 6.92%), ຄິດເປັນມູນ ຄ່າຕາມລາຄາໃນປີ 6,977 ຕື້ກວ່າກີບ ເທົ່າກັບ 105% ຂອງແຜນການ (ມະຕິສະພາ 6,615 ຕື້ກີບ); ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນເທົ່າກັບ 1,892 ໂດລາ ( ແຜນການ 2,119 ໂດ ລາ).
ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ເມື່ອວັນທີ 23 ມັງກອນ 2025 ນີ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາອົງການປົກຄອງແຂວງອັດຕະປື ໄດ້ສຸມໃສ່ການພັດທະນາເສດຖະກິດ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ເຮັດໃຫ້ແຂວງມີການພັດທະນາດີຂຶ້ນ ເປັນຕົ້ນ ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 4.25%, ຄິດເປັນມູນຄ່າຕາມລາຄາໃນປີ 6,977 ຕື້ກວ່າກີບ ເທົ່າກັບ 105% ຂອງແຜນການ, ສະເລ່ຍຕໍ່ຫົວຄົນເທົ່າກັບ 1,892 ໂດລາ, ດ້ານງົບປະມານ ເກັບລາຍຮັບໄດ້ທັງໝົດ 1,351 ຕື້ກວ່າກີບ ເທົ່າກັບ 191.95%, ໃນນີ້ ລາຍຮັບພູດສູນກາງ ປະຕິບັດໄດ້ 154 ຕື້ກວ່າກີບ ເທົ່າກັບ 133%, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 1,196 ຕື້ກວ່າກີບ ເທົ່າກັບ 203% ຂອງແຜນການ, ສະເພາະລາຍຮັບທີ່ພົ້ນເດັ່ນ ແມ່ນລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 522 ຕື້ກວ່າກີບ ເທົ່າກັບ 188.94%, ຮັບຈາກຊັບສິນຂອງລັດ 673 ຕື້ ກວ່າກີບ ເທົ່າກັບ 217.99%, ດ້ານລາຍຈ່າຍປະຕິບັດໄດ້ 540 ຕື້ກວ່າກີບ ເທົ່າກັບ 98.81% ຂອງແຜນການ.
ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ປີ 2024 ແລ້ວນີ້ ແຂວງອັດຕະປື ໄດ້ຮັບຮອງແຜນການລົງທຶນຂອງລັດ ມີທັງໝົດ 201 ໂຄງການ, ລວມມູນຄ່າ 1,732 ຕື້ກວ່າກີບ, ມູນຄ່າຕາມສັນຍາ 1,586 ຕື້ກວ່າກີບ, ທຶນອະນຸມັດໃນປີ 58 ຕື້ກວ່າກີບ, ໄດ້ອະນຸມັດເບີກຈ່າຍທັງໝົດ 172 ໂຄງການ, ມູນຄ່າ 107 ຕື້ ກວ່າກີບ, ໄດ້ຍົກເລີກໂຄງການລົງທຶນຂອງລັດ ຈຳນວນ 14 ໂຄງການ, ລວມມູນຄ່າ 138 ຕື້ກວ່າກີບ, ໂຄງການລົງທຶນ ODA ປະຕິບັດໄດ້ ຈໍານວນ 66 ຕື້ກວ່າກີບ ເທົ່າກັບ 30.69% ຂອງແຜນການ (ມະຕິສະພາ 215 ຕື້ກີບ), ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ມີ 15 ໂຄງການ ມີ 4 ຂະແໜງການ, ໃນນີ້, ສູນກາງອອກອະນຸຍາດລົງທຶນ 4 ໂຄງການ ແລະ ຂັ້ນແຂວງ ອະນຸຍາດ 11 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 807.19 ລ້ານໂດລາ, ມູນຄ່າໃຊ້ຈ່າຍການ ລົງທຶນຕົວຈິງ ມີ 901 ຕື້ກວ່າກີບ ເທົ່າກັບ 71.6% ຂອງແຜນການ (ມະຕິສະພາ 1,258 ຕື້ ກີບ), ເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ມີ 6 ໂຄງການ ແລະ ເຊັນສັນຍາຄຸ້ມຄອງ ເພື່ອອະນຸລັກຂະຫຍາຍພັນ, ຟື້ນຟູປ່າໝາກຈອງ ແລະ ເຄື່ອງປ່າຂອງດົງ ມີ 3 ໂຄງການ, ຮັບຮອງແຜນນໍາເຂົ້າ 3 ໂຄງການ, ມູນຄ່າ 15 ລ້ານກວ່າໂດລາ, ຍົກເລີກໂຄງການທີ່ບໍ່ປະຕິບັດສັນຍາ ມີ 34 ໂຄງການ, ໃນນີ້, ໂຄງການ MOU ມີ 14 ໂຄງການ, PDA 20 ໂຄງການ.
ຂ່າວ: ວັດທະນາ