ກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານຄຸ້ມ ຄອງໄພພິບັດປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງຄະນະກຳມະການ ຄຸ້ມຄອງໄພພິບັດ ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພານີ້, ທີ່ຫ້ອງປະຊຸມພະແນກແຮງງານ ແລະສະ ຫວັດດີການສັງຄົມ (ຮສສ)ໂດຍການເປັນປະທານຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະ ເຂດ ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນແຂວງ, ມີ ຫົວໜ້າ-ຮອງຫົວໜ້າພະແນກ ການອ້ອມຂ້າງແຂວງ, ຄະນະ ກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ-ຂັ້ນເມືອງ-ນະ ຄອນ, ຮອງເຈົ້າເມືອງ-ນະຄອນ ແລະພະນັກງານວິຊາການ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ໄດ້ກ່າວ ໃຫ້ຮູ້ວ່າ: ໃນປີ 2024 ທີ່ຜ່ານ ມາ, ຄະນະກຳມະການຄຸ້ມຄອງ ໄພພິບັດພວກເຮົາກໍ່ໄດ້ເອົາໃຈ ໃສ່ປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ຊຶ່ງໄດ້ມີຜົນສຳເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດເປັນຕົ້ນ: ໄດ້ຄົ້ນຄວ້າສ້າງນິຕິກຳ ແລະລະບຽບການຕ່າງໆເຊັນ: ສໍາເລັດການສ້າງຍຸດທະສາດ ການຫຼຸດຜ່ອນຄວາມສ່ຽງໄພພິບັດແຂວງສະຫວັນນະເຂດ ຮອດປີ 2035; ສໍາເລັດການປັບປຸງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກອງທຶນສັງຄົມສົງ ເຄາະແຂວງ(ສະບັບປັບປຸງ); ສຳເລັດການສ້າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງກອງທຶນໄພພິບັດແຂວງ. ສຳລັບການຈັດຕັ້ງປະຕິບັດວຽກຄຸ້ມຄອງໄພພີບັດ, ເຫັນວ່າຍັງມີຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການ ທີ່ຈະຕ້ອງໄດ້ພ້ອມກັນຄົ້ນຄວ້າ ທາງດ້ານວິຊາການ ແລະວາງ ແຜນການໃຫ້ມີຄວາມສອດ ຄ່ອງກັບທ່າແຮງບົ່ມຊ້ອນ ແລະ ສະພາບຄວາມເປັນຈິງລວມ ທັງພ້ອມກັນຊອກຫາວິທີການ ແລະ ມີມາດຕະການໃນການ ແກ້ໄຂວຽກງານແຕ່ລະດ້ານ ໃຫ້ມີຜົນສຳເລັດດີຂຶ້ນ. ກອງ ປະຊຸມໃນມື້ນີ້ ຖືເປັນກອງປະ ຊຸມທີ່ມີຄວາມໝາຍຄວາມສຳ ຄັນຢ່າງຍິ່ງຕໍ່ການສະຫຼຸບຖອດ ຖອນບົດຮຽນ ແລະການປະ ເມີນຜົນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດໃນ ໄລຍະຜ່ານມາ ເພື່ອເປັນການ ແລກປ່ຽນບົດຮຽນ, ປະສົບ ການ ເພື່ອນຳມາພັດທະນາຈັດ ຕັ້ງປະຕິບັດ ແລະເປັນແນວທາງ ໃນການກະກຽມຄວາມພ້ອມ ຮັບມືກັບໄພພິບັດໃນຕໍ່ໜ້າບໍ່ ວ່າຈະເປັນການກະກຽມ ຄວາມ ພ້ອມໃນການຕອບໂຕ້ກັບໄພ ພິບັດ, ການປ້ອງກັນ, ການຊ່ວຍ ເຫຼືອກູ້ຊີບ, ຊ່ວຍເຫຼືອບັນເທົາ ທຸກ ແລະການຟື້ນຟູຫຼັງໄພພິບັດ ໃຫ້ສາມາດນຳມາຈັດຕັ້ງປະຕິ ບັດໃຫ້ເກີດຜົນເປັນຈິງ ແລະດີ ຂຶ້ນກວ່າເກົ່າ.
ໃນພິທີ, ທ່ານ ນາງ ຫອມວິໄລ ໄຊຍະບຸດສີ ຫົວໜ້າ ຂະແໜງສັງຄົມສົງເຄາະ ຫົວ ໜ້າກອງເລຂາຄະນະກຳມະ ການຄຸ້ມຄອງໄພພິບັດ ໄດ້ຜ່ານ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິ ບັດປີ 2024 ແລະ ທິດທາງ ແຜນການປີ 2025 ແລະແຜນ ກຽມພ້ອມຕອບໂຕ້ໄພພິບັດປີ 2025 ໂດຍສັງເຂບ: ໃນ 1 ປີ ຜ່ານມາ, ໄດ້ມີເຫດການໄພພິ ບັດຈາກລົມພາຍຸພັດ, ໄຟໄໝ້, ຟ້າຜ່າ, ນ້ຳຖ້ວມ, ດິນເຈື່ອນ, ແຫ້ງແລ້ງ ແລະລະເບີດບໍ່ທັນ ແຕກຢູ່ 14 ເມືອງ ແລະນະ ຄອນໄກສອ ພົມວິຫານ ທີ່ໄດ້ ສົ່ງຜົນກະທົບໂດຍກົງຕໍ່ປະຊາ ຊົນ ຄາດຄະເນມູນຄ່າເສຍຫາຍ ຫຼາຍກວ່າ 111.47 ຕື້ກວ່າ ກີບ, ໃນນີ້: ທາງດ້ານອັກຄີໄພ (ໄຟໄໝ້) ໃນ 13 ເມືອງ, 1 ນະ ຄອນ ມີ 41 ບ້ານ, ມີ 46 ຄອບຄົວ, ໄຟໄໝ້ເຮືອນ 46 ຫຼັງຄາ, ມີຜູ້ໄດ້ຮັບຜົນກະທົບ 266 ຄົນ(ເສຍຊີວິດ 1 ຄົນ ບ້ານ ໂພນທາດ ເມືອງໄຊພູທອງ), ລວມມູນຄ່າເສຍຫາຍຫຼາຍ ກວ່າ 8 ຕື້ກີບ, ວາຕະໄພ (ພາຍຸ ພັດ) ໃນ 8 ເມືອງ, 1 ນະຄອນ ມີຜູ້ໄດ້ຮັບຜົນກະທົບ 20 ບ້ານ, 149 ຄອບຄົວ, 2,717 ຄົນ, ເສຍຊີວິດຍ້ອນຟ້າຜ່າ 3 ຄົນ, ເຮືອນເສຍຫຼາຍ 149 ຫຼັງ, ໂຮງຮຽນເສຍຫາຍ 18 ຫຼັງ,ກຸ ຕິວັດ 3 ຫຼັງ, ສຸກສາລາ 1 ຫຼັງ, ລວມມູນຄ່າເສຍຫາຍ 1 ຕື້ ກວ່າກີບ, ອຸທົກກະໄພ (ນ້ຳຖ້ວມ) ເລີ່ມແຕ່ວັນທີ 27/3-30/10/2024 ພາຍຸທີ່ພັດຜ່ານ ຢູ່ແຂວງສະຫວັນນະເຂດ 5 ຫົວ ຊຶ່ງໄດ້ສົ່ງຜົນກະທົບດ້ານທີ່ ຢູ່ອາໄສ, ຂະແໜງກະສິກຳ-ປ່າ ໄມ້, ຂະແໜງພະລັງງານ-ບໍ່ ແຮ່, ຂະແໜງສຶກສາທິການ-ກິລາ ແລະຂະແໜງໂຍທາທິ ການ-ຂົນສົ່ງຄິດເປັນມູນຄ່າ ຄວາມ ເສຍຫາຍຢ່າງຫຼວງຫຼາຍ.


