ໃນວັນທີ 14 ພຶດສະພານີ້ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຮ່ວມກອງປະຊຸມສະຫຼູບວຽກງານກວດກາທົ່ວແຂວງ ປະຈໍາປີ 2024.
ໃນກອງປະຊຸມ, ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາແຂວງ ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ໂດຍຍົກໃຫ້ເຫັນ ດ້ານດີ ແລະ ຜົນສຳເລັດໃນການເຄື່ອນໄຫວວຽກງານກວດກາ.
ໃນປີ 2024 ຜ່ານມາຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ເດັດດ່ຽວປະຕິບັດວິໄນຕໍ່ສະມາຊິກພັກລວມທັງໝົດ 69 ສະຫາຍ ຍິງ 12 ສະຫາຍ. ໃນນີ້, ປະຕິບັດຂັ້ນກ່າວເຕືອນມີ 13 ສະຫາຍ ຍິງ 2 ສະຫາຍ; ຂັ້ນຕິຕຽນ 15 ສະຫາຍ ຍິງ 9 ສະຫາຍ, ໂຈະຮ່ວມຊີວິດພັກ 28 ສະຫາຍ ຍິງ 1 ສະຫາຍ, ລຶບຊື່ອອກຈາກພັກ 17 ສະຫາຍ, ປົດຕໍາແໜ່ງພາຍໃນພັກ 1 ສະຫາຍ.
ສຳລັບວຽກງານກວດກາປົກກະຕິ, ກວດກາຕາມຄຳສັ່ງ ແລະ ກວດກາກະທັນຫັນ, ສຳເລັດກວດກາລາຍຮັບ-ລາຍຈ່າຍ, ການນຳໃຊ້ ແລະ ການຄຸ້ມຄອງເງິນກອງທຶນທາງ. ຜົນການກວດກາແມ່ນລວມທັງໝົດ 70 ສັນຍາ; ຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີປະຈຳປີ 2023 ຕາມແຜນທີ່ກະກຽມມີທັງໝົດ 9 ໂຄງການ; ກວດກາເອກະສານໂຄງການແກ້ໄຂສຸກເສີນຈາກໄພພິບັດທຳມະຊາດເລີ່ມແຕ່ປີ 2012-2021 ເພື່ອສະເໜີສະພາປະຊາຊົນແຂວງຮັບຮອງເອົາເຂົ້າແຜນການລົງທຶນຂອງລັດ ປະຈຳປີ 2025 ມີທັງໝົດ 42 ໂຄງການມູນຄ່າ 78.39 ຕື້ກີບ.
ນອກນີ້, ຍັງໄດ້ຍັງຮ່ວມກັບຄະນະກຳມະການຈາກສູນກາງດຳເນີນການກວດກາເຂດເສດຖະກິດພິເສດສະຫວັນນະເຂດ, ຊຶ່ງສາມາດກວດພົບເຫັນມີຫຼາຍບັນຫາ ແລະ ສະເໜີໃຫ້ປັບປຸງແກ້ໄຂມີ 16 ບັນຫາ ແລະ ໄດ້ມອບເງິນເຂົ້າງົບປະມານລັດມູນຄ່າ 3 ຕື້ກວ່າກີບ; ກວດກາການນຳເຂົ້າ ແລະ ເສຍພາສີລົດແຕ່ປີ 2019-2023 ຮ່ວມກັບກວດກາສູນກາງໄດ້ອາຍັດພາຫານະປະເພດລົດໃຫຍ່ຈໍານວນ 13 ຄັນ.
ຜ່ານການດຳເນີນການກວດກາສືບສວນ-ສອບສວນແມ່ນສົ່ງຄືນຜູ້ປະກອບການ 9 ຄັນ. ໃນນີ້, ລົດ 2 ຄັນມີເອກະສານຖືກຕ້ອງ, 7 ຄັນໄດ້ເສຍພາສີເພີ່ມມູນຄ່າ 3 ຕື້ກວ່າກີບ ແລະ ສ່ວນລົດ 4 ຄັນແມ່ນດຳເນີນການສອບສວນປະກອບສຳນວນສົ່ງໄອຍະການແຂວງສົ່ງຟ້ອງໃຫ້ສານຮິບເປັນຂອງລັດ ແລະ ຄະນະສະເພາະກິດຂັ້ນແຂວງໄດ້ອາຍັດພາຫານະທີ່ລັກລອບເຄື່ອນຍ້າຍຖ່ານດໍາ ແລະ ໄມ້ໄດ້ທັງໝົດ 77 ຄັນ, ໄດ້ປັບໃໝພາຫານະ 75 ຄັນ ແລະ ຖ່ານດໍາລວມເປັນເງິນທັງໝົດ 2.32 ຕື້ກີບ, ສ່ວນອີກ 2 ຄັນແມ່ນສືບຕໍ່ດໍາເນີນການແກ້ໄຂຕາມລະບຽບການ.
ໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ໄດ້ຊົມເຊີຍຕໍ່ຄະນະພັກແຂວງສະຫວັນນະເຂດ ກໍຄືຄະນະກວດກາພັກ-ລັດແຂວງທີ່ໄດ້ເປັນເຈົາການຈັດຕັງປະຕິບັດໜ້າວຽກສໍາຄັນ ຕາມພາລະບົດບາດໜ້າທີ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການລະເມີດລະບຽບກົດໝາຍ ແຕ່ກໍຮ່ວມກັນແກ້ໄຂໄດ້ໄວສົມຄວນ ສາມາດຕີຖອຍປະກົດການຫຍໍ້ທໍ້ທີ່ເປັນຫາງສຽງສັງຄົມ.
ແຫຼ່ງຂ່າວ: ແຂວງສະຫວັນນະເຂດ





