ພັທ ເປ້ຍ ສີຫວັງລາດ, ຫົວໜ້າຫ້ອງການ ປກສ ແຂວງຫລວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຢູ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2025 ຂຶ້ນໃນວັນທີ 14 ມັງກອນ 2025 ທີ່ສະໂມສອນກອງບັນຊາການ ປກສ ແຂວງຫຼວງນໍ້າທາ ວ່າ: ໃນ 1 ປີ ຜ່ານມາ ແຂວງຫຼວງນໍ້າທາ ມີຄະດີເກີດຂຶ້ນທັງໝົດ 245 ເລື່ອງ (ທຽບໃສ່ປີ 2023 ຫຼຸດລົງ 54 ເລື່ອງ), ກັກຜູ້ຖືກຫາໄດ້ 368 ຄົນ, ຍິງ 32 ຄົນ, ຕ່າງປະເທດ 35 ຄົນ, ຍິງ 1 ຄົນ.
ພົ້ນເດັ່ນກວ່າໝູ່ແມ່ນຄະດີຢາເສບຕິດ ມີ 116 ເລື່ອງ ກັກຜູ້ຖືກຫາ 160 ຄົນ, ຍິງ 18 ຄົນ, ຕ່າງປະເທດ 12 ຄົນ, ຍິງ 1 ຄົນ, ສາມາດຍຶດຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 31.429 ເມັດ ແລະ ຢາບ້າປຽກນໍ້າ ບໍ່ສາມາດນັບເປັນເມັດໄດ້ 3,48 ກຼາມ, ຢາຝິ່ນ 2,7 ກິໂລກຼາມ, ຢາໄອສ໌ 53 ຖົງນ້ອຍ, ເຮໂຣອິນ 43,2 ກຼາມ, ແປງຜົງຂາວ 02 ຖົງນ້ອຍ, ຢາເຄ 3,7 ກຼາມ, ນໍ້າກົດ 20.325 ລິດ, ແປ້ງຝຸ່ນສີຂາວບັນຈຸສານເສບຕິດ 24,9 ໂຕນ, ຢາອີ 34 ເມັດ, ແປ້ງຜົງຂາວ (ຄາເຟອິນ) 398 ເປົາ, ຢາ ສູບໄຟຟ້າ 48 ອັນ ແລະ ຢາປະສົມດາທິຊິນ 82 ແກ້ວ.
ທ່ານຍັງໃຫ້ຮູ້ກ່ຽວກັບອຸບັດຕິເຫດພາຍໃນແຂວງໃນປີຜ່ານມາວ່າ: ມີຄະດີອຸບປະຕິເຫດ ເກີດຂຶ້ນທັງໝົດ 269 ຄັ້ງ (ທຽບໃສ່ປີຜ່ານມາຫຼຸດລົງ 37 ຄັ້ງ), ພາຫະນະເປ່ເພ 434 ຄັນ, ຄົນໄດ້ຮັບບາດເຈັບ 466 ຄົນ, ເສຍຊີວິດ 33 ຄົນ ລວມມູນຄ່າຄວາມເສຍຫາຍປະມານ 4 ຕື້ 200 ລ້ານກວ່າກີບ; ອັກຄີໄພເກີດ ຂຶ້ນ 38 ຄັ້ງ ລວມມູນຄ່າຄວາມເສຍຫາຍ 2 ຕື້ 600 ລ້ານກວ່າກີບ.
ຂໍ້ມູນ: ນັກຂ່າວ ປກສ ແຂວງຫຼວງນ້ຳທາ



