ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2024 ແຂວງຫົວພັນ ສາມາດດຶງດູດນັກທ່ອງທ່ຽວໄດ້ 53 ພັນກ່ວາຄົນ

Feb 10, 2025

ໃນປີ 2024 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ແຂວງຫົວພັນ ແມ່ນມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢູ່ແຂວງຫົວພັນ ໄດ້ທັງໝົດ 53 ພັນກວ່າຄົນ, ສ້າງລາຍຮັບໃຫ້ແກ່ສັງຄົມ ໄດ້ທັງໝົດ 58 ຕື້ກວ່າກີບ.
ທ່ານ ແສງສຸວັນ ວົງຄຳ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ໄດ້ໃຫ້ສໍາພາດໃນທ້າຍອາທິດຜ່ານມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງຫົວ ພັນ ກໍຄື ພະແນກ ຖວທ ໄດ້ເອົາໃຈໃສ່ຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທຸລະກິດບໍລິ ການທ່ອງທ່ຽວ ຢ່າງເປັນປົກກະຕິຕໍ່ເນື່ອງ, ລົງກວດກາແນະນໍາບັນດາຫົວໜ່ວຍຜູ້ປະກອບການໄດ້ 8 ຫົວໜ່ວຍ, ລົງສໍາຫລວດ ແລະ ຂຽນແຜນພັດທະນາແຫລ່ງທ່ອງທ່ຽວໄດ້ 2 ແຫ່ງ, ທຽບໃສ່ແຜນການ ປະຕິບັດໄດ້ 100%, ອອກໃບອະນຸຍາດສືບຕໍ່ດໍາເນີນທຸລະກິດບໍລິການທ່ອງທ່ຽວໄດ້ 16 ຫົວໜ່ວຍ, ໃບອະນຸຍາດດໍາເນີນທຸລະກິດ 9 ຫົວໜ່ວຍ, ເກັບກໍາສະຖິຕິໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໄດ້ 80 ຫົວໜ່ວຍ, ໂຄສະນາແຫລ່ງທ່ອງທ່ຽວ, ເທສະການງານບຸນປະເພນີຕ່າງໆ ລົງສື່ອອນລາຍໄດ້ 20 ຄັ້ງ, ມີຜູ້ເຂົ້າເຖິງ 9 ແສນກວ່າຄົນ. ພ້ອມນີ້, ຍັງໄດ້ສໍາເລັດການສ້າງຖານຂໍ້ມູນຂ່າວສານການທ່ອງ ທ່ຽວ ໃຫ້ເປັນລະບົບເຊື່ອມຕໍ່ 8 ແຂວງພາກເໜືອ ແລະ ເຊື່ອມຕໍ່ລະບົບຂອງ ກະຊວງ ຖວທ, ສ້າງປະ ຕິທິນທ່ອງທ່ຽວບຸນປະເພນີຊົນເຜົ່າຂອງແຂວງ, ອັບເດດຂໍ້ມູນຂ່າວສານການທ່ອງທ່ຽວ, ຕາຕະລາງລົດ ເມ, ຖ້ຽວບິນ ແລະ ອື່ນໆໄດ້ 5 ຄັ້ງ ແລະ ອອກແບບສື່ສິ່ງພິມໂຄສະນາເປັນພາສາລາວ-ອັງກິດໄດ້ 5 ແບບ ແລະ ສໍາເລັດການອອກແບບປະຕິທິນທ່ອງທ່ຽວ 2024 ຂອງແຂວງ ໂດຍພື້ນຖານ.
ຜ່ານການຈັດຕັ້ງປະຕິບັດວຽກງານ ຖວທ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 53.162 ຄົນ (ປະຕິບັດໄດ້ເກີນແຜນ). ໃນນັ້ນ, ນັກທ່ອງທ່ຽວພາຍໃນ 16.811 ຄົນ (ທຽບໃສ່ແຜນ ການປະຕິບັດໄດ້ 102%), ນັກທ່ອງທ່ຽວຕ່າງປະເທດ 36.351 ຄົນ (ທຽບໃສ່ແຜນການປະຕິບັດໄດ້ 118%). ໃນນັ້ນ, ສາມາດສ້າງລາຍຮັບສະເລ່ຍໃຫ້ແກ່ສັງຄົມ ຈາກວຽກງານທ່ອງທ່ຽວໄດ້ທັງໝົດ 58 ຕື້ກວ່າກີບ (ທຽບໃສ່ແຜນປີປະຕິບັດໄດ້ 115%).
ທ່ານ ແສງສຸວັນ ສົງຄຳ ໃຫ້ຮູ້ອີກວ່າ: ໃນປີ 2025 ຄາດວ່າຈະໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫົວພັນ ທັງໝົດ 56.426 ຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 22.570 ຄົນ, ນັກທ່ອງທ່ຽວຕ່າງປະເທດ 33.856 ຄົນ, ສ້າງລາຍຮັບເຂົ້າສູ່ແຂວງໄດ້ ປະມານ 78 ຕື້ກວ່າກີບ.
May be an image of 1 person and text that says 'පී 2024 แ2องห้อพับ สามาดดิงดูด มัภท่าองทอได้ 53 พับภ่อาถ์บ พื้มที่โลสะมา ตดตื่: 021-212435 435 021- 212 020 5552 2055522693 2693 020 5545 02055450509 0509 FA 5G Lao Digital Life'