ຕາມການລາຍງານເມື່ອວັນທີ 13 ມັງກອນ 2025 ຂອງທ່ານ ນາງ ໄຍຄໍາ ສີຊານົນ ວ່າການຫົວໜ້າພະແນກການເງິນ ແຂວງອັດຕະປື ຕໍ່ກອງປະຊຸມອົງການປົກຄອງແຂວງ ປະຈໍາງວດ IV ຂອງປີ 2024 ໃຫ້ຮູ້ວ່າ: ປີ 2024 ຜ່ານມາ ແຂວງອັດຕະປື ສາມາດຈັດເກັບລາຍຮັບໄດ້ ທັງໝົດ 1,352 ກວ່າຕື້ກີບ ເທົ່າກັບ 192.18%
ຂອງແຜນການດັດແກ້, ຖ້າທຽບໃສ່ແຜນສູ້ຊົນຂອງແຂວງ ເທົ່າກັບ 180.36%, ໃນນັ້ນ: ລາຍຮັບພູດສູນກາງ 154 ຕື້ກວ່າກີບ ເທົ່າກັບ 133.11% ຂອງແຜນການປີ, ລາຍຮັບທ້ອງຖິ່ນ 1,197 ກວ່າຕື້ກີບ ເທົ່າກັບ 203.89% ຂອງແຜນການປີ, ດຸ່ນດ່ຽງໃຫ້ສູນກາງມີ 174 ຕື້ກວ່າກີບ ເທົ່າກັບ 100% ຂອງແຜນການ. ໃນຄະນະດຽວກັນ ໃນປີ 2024 ທົ່ວແຂວງປະຕິບັດລາຍຈ່າຍໄດ້ທັງໝົດ 540 ຕື້ກວ່າກີບເທົ່າກັບ 98.81% ຂອງແຜນການປີ, ຕົ້ນຕໍແມ່ນຈ່າຍ ເງິນເດືອນ ແລະ ເງິນອຸດໜູນຕ່າງໆລວມມີ 244 ຕື້ກວ່າກີບ, ເທົ່າກັບ 99.96% ຂອງແຜນການປີ, ຈ່າຍເງິນນະໂຍບາຍ ແລະ ຊ່ວຍໜູນຕ່າງໆ 38 ຕື້ກວ່າກີບ ເທົ່າກັບ 98.11% ຂອງແຜນການປີ, ຈ່າຍເງິນບໍລິຫານ ປົກກະຕິ 41 ຕື້ກວ່າກີບ ເທົ່າກັບ 94.52% ຂອງແຜນການປີ, ຈ່າຍເງິນດັດສົມ-ສົ່ງເສີມ 13 ຕື້ກວ່າກີບ ເທົ່າກັບ 100% ຂອງແຜນການປີ, ຈ່າຍເງິນແຮ ແລະ ເງິນອື່ນໆ 136 ຕື້ກວ່າກີບເທົ່າກັບ 100% ຂອງແຜນການປີ, ຈ່າຍເງິນຊື້ຊັບສົມບັດຄົງທີ່ 580 ລ້ານກີບ ເທົ່າກັບ 100% ຂອງແຜນການປີ ແລະ ຈ່າຍເງິນລົງທຶນລັດມີ 65 ຕື້ກວ່າກີບ ເທົ່າກັບ 95.28% ຂອງແຜນການປີ.
ທ່ານ ນາງ ໄຍຄໍາ ສີຊານົນ ວ່າການຫົວໜ້າພະແນກການເງິນ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ອີກວ່າ: ປີ 2025 ແຂວງອັດຕະປື ກໍຄືພະແນກການເງີນແຂວງ ຈະສູ້ຊົນຈັດເກັບລາຍຮັບງົບປະມານແຫ່ງລັດ ຕາມຖານທີ່ມີຢູ່ແລ້ວ ໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ຕາມລະບຽບກົດໝາຍ ແລະ ສຸມໃສ່ວຽກງານຈຸດສຸມ ວຽກບູລິມະສິດ ຈຳເປັນຮີບດ່ວນຂອງແຂວງ ແລະ ຂອງຂະແໜງການໃຫ້ບັນລຸຕາມຕາມແຜນການທີ່ວາງໄວ້, ໃນນີ້ ຕາມແຜນລາຍຮັບງົບປະມານແຫ່ງລັດ ປີ 2025 ຈະເກັບລາຍຮັບໃຫ້ໄດ້ 1,057 ຕື້ກວ່າກີບ, ທຽບໃສ່ແຜນປີ 2024 ເພີ່ມຂຶ້ນ 52.62%, ເຊິ່ງປະກອບມີ ລາຍຮັບພູດສູນກາງປະຕິບັດຢູ່ແຂວງ ຈໍານວນ 144 ຕື້ກວ່າກີບ, ທຽບໃສ່ແຜນປີ 2024 ເພີ່ມຂຶ້ນ 24.22%, ລາຍຮັບພູດທ້ອງຖິ່ນ ຈໍານວນ 913 ຕື້ກວ່າກີບ ທຽບໃສ່ແຜນປີ 2024 ເພີ່ມຂຶ້ນ 55.47%.
ສ່ວນແຜນລາຍຈ່າຍງົບປະມານແຫ່ງລັດ ປີ 2025 ແມ່ນບໍໃຫ້ເກີນ 491 ຕື້ກວ່າກີບ, ເຊິ່ງປະກອບມີ ລາຍຈ່າຍຂົງເຂດ ອົງການປົກຄອງ ມີຈໍານວນ 316 ຕື້ກວ່າກີບ, ຂົງເຂດສຶກສາ ມີຈໍານວນ 124 ຕື້ກວ່າກີບ ແລະ ຂົງເຂດສາທາ ຈໍານວນ 50 ຕື້ກວ່າກີບ.
ຂ່າວ: ພອນປະເສີດ




