ຢູ່ໃນວາລະຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ເມື່ອວັນທີ 24 ມັງ ກອນ 2025, ທ່ານ ພັທ ອິນທະຫວາ ໂພທິລາດ ຮອງກອງບັນຊາການ ປກສ ແຂວງອັດຕະປື ໄດ້ລາຍງານກ່ຽວກັບການແກ້ໄຂບັນຫາຢາເສບຕິດພາຍໃນແຂວງ, ເຊິ່ງທ່ານໄດ້ລາຍງານໃຫ້ຮູ້ວ່າ: ປະຈຸບັນ ສະພາບການແຜ່ລະບາດຂອງຢາເສບຕິດຢູ່ແຂວງອັດຕະປື ໄດ້ແຜ່ລາມໄປທຸກບ້ານ, ລວມທັງສະຖານທີ່ ທີ່ມີການອອກແຮງງານ ຫຼື ຢູ່ພື້ນທີ່ສໍາປະທານປູກພືດ, ຂຸດຄົ້ນແຮ່ທາດ, ຮ້ານບັນເທີງອື່ນໆ. ນອກນີ້ ການເຄື່ອນໄຫວເສບ, ຄ້າ-ຂາຍ, ຈໍາໜ່າຍຢາເສບຕິດ ສ່ວນໃຫຍ່ແມ່ນເປົ້າໝາຍທີ່ມາຈາກການເສບ ກາຍມາເປັນຜູ້ຂາຍ-ຜູ້ຈຳໜ່າຍ ແລະ ປະເພດເປົ້າໝາຍພົ້ນໂທດ ຫຼື ເຄີຍຖືກດັດສ້າງມາແລ້ວ ກັບມາກະທໍາຜິດອີກ ເທື່ອໃໝ່ກໍ່ມີຫຼາຍ ເຊິ່ງມີທັງພົນລະເມືອງພາຍໃນແຂວງ ແລະ ຕ່າງແຂວງ ພວກເຂົາມີການປ່ຽນແປງຮູບແບບການຜະລິດໄປເລື້ອຍໆ ນໍາເຂົ້າມາຈໍາໜ່າຍໃນພື້ນທີ່ແຂວງອັດຕະປື ເປັນຕົ້ນແມ່ນ ຄໍລາເຈັນ, ຢາສູບໄຟຟ້າ, ຫົວເຊື້ອປະສົມນໍ້າກະທ້ອມ ແລະ ໃບກະທ້ອມ, ຮູບແບບການຊື້-ຂາຍແມ່ນ ມີລັກສະນະເປັນການຈັດຕັ້ງ ມີເຄື່ອຂ່າຍເຊື່ອມໂຍງກັນໃນທົ່ວແຂວງ ແລະ ຕ່າງແຂວງ.
ຕໍ່ກັບສະພາບການດັ່ງກ່າວ ໃນ 1 ປີຜ່ານມາເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໄປຕາມຄໍາຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ເຫັນວ່າມີຜົນສໍາເລັດເປັນຢ່າງດີ ເຊິ່ງສະແດງໃຫ້ເຫັນຕົວເລກຄະດີ ໃນປີ 2024 ຜ່ານມາສາມາດແກ້ໄຂຄະດີຢາເສບຕິດໄດ້ທັງໝົດ 159 ເລື່ອງ, ຈັບຜູ້ຖືກຫາໄດ້ 267 ຄົນ, ຍິງ 17 ຄົນ, ຄົນຕ່າງປະເທດ 5 ຄົນ, ຢຶດຢາບ້າ ໄດ້ 31,464 ເມັດ, ຢາໄອສ໌ 21 ຖົງນ້ອຍ, ຢາອີ 41 ເມັດ, ຢຶດ ລົດໃຫຍ່ໄດ້ 2 ຄັນ, ລົດຈັກ 39 ຄັນ, ໂທລະສັບ 176 ໜ່ວຍ, ປືນK54 ຈໍານວນ 1 ກະບອກ,, ປືນເຊກາເຊ 1 ກະບອກ, ປືນປະດິດ 3 ກະບອກ, ປືນແກັບ 2 ກະບອກ, ປືນລົມ 1 ກະບອກ, ແຫວນຄໍາ 5 ວົງ, ຕ້າງຫູຄໍາ 2 ຄູ່, ສາຍຄໍຄໍາ 2 ເສັ້ນ, ສາຍແຂນຄໍາ 3 ເສັ້ນ, ແມ່ກີ້ພຣະຄໍາ 1 ອັນ, ສາຍຄໍຄໍາຝຣັ່ງ 1 ເສັ້ນ, ໂນດບຸກ 1 ໜ່ວຍ, ໂມງ 1 ໜ່ວຍ, ເງິນກີບ 362 ລ້ານກວ່າກີບ, ສະຫຼຸບສໍານວນຄະດີ ສົ່ງອົງການໄອຍະການ 169 ເລື່ອງ, ຜູ້ຖືກຫາ 246 ຄົນ, ຍິງ 18 ຄົນ, ຊັດມ້ຽນ 6 ເລື່ອງ, ຜູ້ຖືກຫາ 9 ຄົນ, ຍິງ 2 ຄົນ, ໄດ້ລົງສະກັດກັ້ນກຸ່ມມົ້ວສຸມດື່ມນໍ້າກະທ້ອມ ທັງໝົດ 94 ຄົນ, ຍິງ 31 ຄົນ, ຢຶດໃບກະທ້ອມ 13 ກິໂລ ກຼາມ ລວມ 482 ໃບ, ນໍ້າກະທ້ອມ 4 ລິດ, ນໍ້າຢາຫົວເຊື້ອປະສົມນໍ້າກະທ້ອມ 75 ກວດ, ຢາສູບໄຟຟ້າ 23 ອັນ, ຄໍລາເຈັນ 26 ຖົງ, ສຶກສາອົບຮົມຜູ້ເສບ ແລະ ມົ້ວສຸມຢາເສບຕິດ, ພ້ອມທັງສ້າງບົດບັນທຶກກ່າວເຕືອນຈໍານວນ 40 ຄົນ, ຍິງ 2 ຄົນ, ປິ່ນປົວຜູ້ຕິດຢາເສບຕິດ ທັງໝົດ 34 ຄົນ, ປິ່ນປົວດີແລ້ວກັບຄືນບ້ານ ມີ 26 ຄົນ, ຍັງສືບຕໍ່ປິ່ນປົວ 8 ຄົນ.
ທ່ານ ພັທ ອິນທະຫວາ ໂພທິລາດ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້ ຄາດວ່າຢູ່ແຂວງອັດຕະປື ຍັງຈະສືບຕໍ່ໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ຈາກບັນຫາຢາເສບຕິດ, ເຊິ່ງສະພາບການແຜ່ລະບາດຂອງຢາເສບຕິດ ປະເພດຢາບ້າ ເຫັນວ່າມີລັກສະນະນັບມື້ນັບມີທ່າອ່ຽງເພີ່ມຂຶ້ນ, ສະພາບການລັກລອບຂົນສົ່ງ, ຄ້າຂາຍຂອງພວກເປົ້າໝາຍລາຍໃຫຍ່, ລາຍກາງ ພວກເຂົາຍັງສືບຕໍ່ປະສານສົມທົບກັບກຸ່ມເຄື່ອຂ່າຍ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເຄື່ອນໄຫວລັກລອບຄ້າຂາຍ, ນໍາເຂົ້າ-ສົ່ງອອກຢາເສບຕິດ, ເຊິ່ງໃນຕໍ່ໜ້ານີ້ທາງເຈົ້າໜ້າທີ່ ປກສ ແຂວງ,ເມືອງ ຈະສືບຕໍ່ແກ້ໄຂບັນຫາຢາເສບຕິດໂດຍເພີ່ມທະວີການໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດ ດ້ວຍຫຼາຍຮູບຫຼາຍສີຫຼາຍວິທີການ ຢ່າງກວ້າງຂວາງ ແລະ ສ້າງບ້ານ, ໂຮງຮຽນ, ສະຖານບັນການສຶກສາ, ສໍານັກງານ-ອົງການປອດຢາເສບຕິດ ໃຫ້ໄດ້ຫຼາຍຂຶ້ນ, ສ້າງຫຼັກສູດ ການຮຽນ-ການສອນກ່ຽວກັບການປ້ອງກັນ, ສະກັດກັ້ນບັນຫາຢາເສບຕິດ, ຍົກສູງປະສິດ ທິພາບອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ຂະແໜງປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານວິຊາສະເພາະກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງເປັນລະບົບ ແລະ ເຂັ້ມແຂງ, ຂຶ້ນສະຖິຕິຜູ້ຕິດຢາເສບຕິດຢູ່ໃນສັງຄົມ ໃຫ້ມີຄວາມຊັດເຈນ ແລະ ສຸມໃສ່ບຳບັດປິ່ນປົວຢູ່ສູນ, ຢູ່ຊຸມຊົນ, ປັບປຸງສູນບຳ ບັດປິ່ນປົວຜູ້ຕິດຢາເສບຕິດຂອງແຂວງ ໃຫ້ມີປະສິດທິຜົນ, ມີການຝຶກວິຊາຊີບ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ເສີມຂະຫຍາຍວຽກງານຮ່ວມມືສາກົນໃນການແລກປ່ຽນບົດຮຽນເພື່ອທັບມ້າງຄະດີ.
ຂ່າວ: ພອນປະເສີດ




