ວັນທີ 13 ທັນວານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2025 ໂດຍການເປັນປະທານຂອງທ່ານ ຄຳແພງ ວິລະພັນ ຄະນະປະຈຳສະພາແຫ່ງຊາດ.
ທ່ານ ຄຳແພງ ວິລະພັນ ໃຫ້ຮູ້ວ່າ: ປີ 2025 ເປັນປີສຸດ ທ້າຍຂອງສະພາແຫ່ງ ຊາດຊຸດທີ IX ແລະ ຍັງມີວາລະດຳເນີນກອງກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ເທື່ອທີ 10 ເຊິ່ງການຈັດຕັ້ງປະຕິບັດຕົວຈິງ ຈະນຳເອົາຮ່າງກົດໝາຍເຂົ້າພິຈາລະ ນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ເທົ່ານັ້ນ ແລະ ຕາມແຜນການແລ້ວ ມີຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາຮັບຮອງເອົາທັງໝົດ 17 ສະບັບ (ສ້າງໃໝ່ 5, ປັບປຸງ 12) ເຫັນວ່າເປັນຈຳນວນທີ່ຫຼາຍ. ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກັນກ່ຽວກັບຄວາມພ້ອມຂອງບັນດາຮ່າງກົດໝາຍດັ່ງກ່າວ ເພື່ອຈັດບຸລິມະສິດໃນການນຳເອົາຮ່າງກົດໝາຍທີ່ມີຄວາມພ້ອມເຂົ້າກອງປະຊຸມສະໄໝວິສາມັນເທື່ອທີ 2 ແລະ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX.
ໃນກອງປະຊຸມ, ທ່ານ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ ໄດ້ສະເໜີຮ່າງແຜນການສ້າງ ແລະ ປັບປຸງກົດໝາຍຂອງຄະນະປະຈຳສະພາແຫ່ງ ຊາດ ປະຈຳປີ 2025; ຈາກນັ້ນ, ມີການປະກອບຄຳເຫັນຕໍ່ຮ່າງແຜນການດັ່ງກ່າວ ຈາກກະຊວງພາຍໃນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ກະຊວງພະລັງງາ ນ ແລະ ບໍ່ແຮ່, ກະຊວງປ້ອງກັນປະເທດ, ກະຊວງສາທາລະນະສຸກ, ກະຊວງການເງິນ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທຶນ, ກະ ຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸຕິທຳ, ແລະ ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ຕາມລຳດັບ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ






