ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2025 ນີ້, ພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ຈະສຸມໃສ່ແກ້ບັນຫາການປະລະການຮຽນ ຂອງນັກຮຽນໃຫ້ຫລຸດໜ້ອຍຖອຍລົງ

Jan 21, 2025

ປີ 2025 ນີ້, ພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ຈະສຸມໃສ່ແກ້ບັນຫາການປະລະການຮຽນ ຂອງນັກຮຽນໃຫ້ຫລຸດໜ້ອຍຖອຍລົງ ໂດຍສຸມໃສ່ປະຕິບັດ 3 ນະໂຍບາຍ 12 ມາດຕະການ ແກ້ໄຂການປະລະການຮຽນ ຕາມມະຕິສະບັບເລກ ທີ 09 ຂອງລັດຖະບານ ຕິດພັນກັບການໂຄສະນາເຜີຍແຜ່ກົດ ໝາຍ ວ່າດ້ວຍການສຶກສາ, ປະສານສົມທົບ ກັບອົງການປົກ ຄອງເມືອງ ແລະ ບ້ານ, ປັບປຸງກົນໄກການຄຸ້ມຄອງ-ບໍລິຫານໂຮງຮຽນ ແລະ ປຸກລະດົມທຸກພາກສ່ວນໃນທົ່ວສັງຄົມ ໃຫ້ເຂົ້າ ຮ່ວມພັດທະນາວຽກງານການສຶກສາຫລາຍຂຶ້ນກວ່າເກົ່າ.
ທ່ານ ຄໍາໄພ ສິມມາວັດ ຫົວໜ້າສຶກສາທິການ ແລະ ກິລາແຂວງ ລາຍງານ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 16 ມັງກອນ 2025 ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ, ການຈັດ ຕັ້ງປະຕິບັດ 15 ຄາດ ໝາຍຫລັກ ທີ່ສະພາຮັບຮອງ ສາມາດບັນລຸໄດ້ຫລາຍຄາດ ໝາຍ, ແຕ່ກໍມີບາງຄາດໝາຍມີລັກສະນະທົດຖອຍ ໂດຍສະເພາະແມ່ນອັດຕາການປະລະການຮຽນ ຂອງນັກຮຽນໃນສາຍສາມັນ (ຊັ້ນປະຖົມ ແລະ ມັດທະຍົມ) ມີທ່າອ່ຽງສູງຂຶ້ນ.
ສະນັ້ນ, ບັນຫາດັ່ງກ່າວ ໃຫ້ຫລຸດໜ້ອຍຖອຍລົງຂະແໜງ ການສຶກສາ ແລະ ກິລາ ຈະສືບຕໍຜັນຂະຫຍາຍມະຕິ 09 ຂອງລັດຖະບານ ໂດຍສະເພາະ 3 ນະໂຍບາຍ 12 ມາດຕະການ ໃນການແກ້ໄຂບັນຫາການປະລະການຮຽນ, ສືບສຸມໃສ່ໂຄສະນາເຜີຍແຜ່ ກົດໝາຍ ວ່າການສຶກສາ ແລະ ນິຕິກໍາກ່ຽວຂ້ອງກັບການສຶກສາ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ປະສານສົມທົບກັບອົງການປົກຄອງເມືອງ, ບ້ານ ເພື່ອທົບທວນຄືນບົດບັນທຶກ ຮ່ວມລະຫວ່າງພະແນກສຶກສາທິການ ແລະ ກິລາແຂວງ ກັບອົງການປົກຄອງເມືອງ ໂດຍສະເພາະການປະຕິບັດ ລະດົມເດັກເຂົ້າຮຽນ, ບໍ່ປະລະການຮຽນ, ການສູ້ຊົນປະຕິບັດ 15 ຄາດໝາຍໃຫ້ສໍາເລັດ, ສືບຕໍ່ປັບປຸງກົນໄກການບໍລິຫານຄຸ້ມຄອງໂຮງຮຽນ, ຄູສອນເຂດຫ່າງໄກສອກຫລີກ ແລະ ປັບປຸງການເຮັດວຽກໃຫ້ດີຂຶ້ນ, ສະໜອງຂໍ້ມູນທີ່ຊັດເຈນ, ໜ້າເຊື່ອຖືໄດ້ໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອໃຫ້ອົງການປົກ ຄອງບ້ານ, ຊຸກຍູ້, ປຸກລະດົມ ແລະ ມີມາດຕະການຕໍ່ລູກຫລານບໍ່ເຂົ້າຮຽນ ແລະ ສະເໜີຕໍ່ລັດຖະບານ ກໍຄືອົງການປົກຄອງແຂວງ ເພື່ອຄົ້ນຄວ້າ, ຊ່ວຍເຫລືອໂຮງຮຽນທີ່ບໍ່ໄດ້ຈັດຕັ້ງກິນອາຫານທ່ຽງໃນໂຮງຮຽນ ແລະ ສະໜອງເບ້ຍລ້ຽງນັກຮຽນທຸກຍາກ, ແຕ່ຮຽນດີ-ຮຽນເກັ່ງ.
ທ່ານ ຄໍາໄພ ສິມມາວັດ ໃຫ້ຮູ້ຕື່ມວ່າ: ແຂວງເຊກອງ ມີໂຮງ ຮຽນທັງໝົດ 304 ແຫ່ງ ມີນັກຮຽນທັງໝົດ 34,927 ຄົນ. ໃນນີ້, ມີໂຮງຮຽນໄດ້ຮັບການແຕ່ງກິນອາຫານທ່ຽງ 144 ແຫ່ງ ກວມເອົາ 35% ຂອງຈໍານວນໂຮງຮຽນທົ່ວແຂວງ ແລະ ມີນັກ ຮຽນທັງໝົດໄດ້ກິນອາຫານທ່ຽງ 14,089 ຄົນ ກວມເອົາ 40.03% ຂອງນັກຮຽນທັງໝົດ ແລະ ມີນັກຮຽນທຸກຍາກ ແຕ່ຮຽນດີ-ຮຽນເກັ່ງ ໄດ້ຮັບເບ້ຍລ້ຽງນໍາລັດຖະບານ ກໍຄືແຂວງ 1,226 ຄົນ ກວມເອົາ 3.5% ຂອງນັກຮຽນທັງໝົດ.
ຂ່າວ: ສັນຍາ
May be an image of 1 person and text