ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2025 ເມືອງແກ່ນທ້າວ ຈະປູກໄມ້ໃຫ້ໄດ້ 148,000 ກວ່າເບ້ຍ.

May 30, 2025

ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານການປູກໄມ້ ແລະ ຟື້ນຟູປ່າ ປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ຢູ່ໃນພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ວ່າ: ປີ 202​5 ຕາມແຜນຕົວເລກແບ່ງປັນເນື້ອທີ່ປູກໄມ້ທົ່ວເມືອງແມ່ນ 361,95 ເຮັກຕາ, ຈຳນວນ 148,000 ກວ່າເບ້ຍ. ໃນນີ້, ປູກ​ເປັນ​ຂອງ​ລັດ ຈໍານວນ 10 ຕອນ,​ ເນື້ອທີ່ 7,95 ເຮັກຕາ, ​ເບ້ຍ​ໄມ້ 3,000 ກວ່າເບ້ຍ, ໃນນັ້ນ, ປູກມື້ຈັດພິທີ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 3 ຕອນ, ເນື້ອທີ່ 0,88 ເຮັກຕາ, 350 ກວ່າເບ້ຍ, (ໄມ້ປະດັບ ແລະ ໄມ້ອູດສາຫະກໍາ) ຄື: ໂຮງຮຽນ ມສ ແກ່ນທ້າວ 1 ຕອນ, ເນື້ອທີ່ 0,16 ເຮັກຕາ 67 ​ເບ້ຍ, (ໄມ້​ປະດັບ 27 ເບ້ຍ, ໄມ້ອຸດສາຫະກຳ 40 ເບ້ຍ). ປູກຢູ່ວັດ 2 ຕອນ (ວັດຈອມແກ້ວ ແລະ ວັດປ່າທ້າວແກ່ນ), ເນື້ອທີ່ 0,72 ເຮັກຕາ, 290 ເບ້ຍ (ໄມ້ປະດັບ 230 ເບ້ຍ, ໄມ້ອຸດສາຫະກໍາ 60 ເບ້ຍ), ປູກ​ຢູ່​​ເຂດ​ປ່າ​ປ້ອງ​ກັນ​ຂອງ​ບ້ານ 2 ຕອນ, ​ເນື້ອ​ທີ່ 2,14 ​ເຮັກຕາ 850 ກວ່າ​ເບ້ຍ (​ໄມ້​ອຸດສາຫະກຳ, ໄມ້​ຮັກສາ​ແຫຼ່ງນ້ຳ), ປູກຢູ່ເຂດປ່າສະຫງວນຂອງແຂວງ 5 ຕອນ ເຂດຂຸນນໍ້າປາ, ຂຸນນໍ້າພະຍ້ອງ ເນື້ອທີ່ 4,93 ເຮັກຕາ 1,900 ກວ່າເບ້ຍ (ໄມ້ອຸດສາຫະກຳ, ໄມ້ຮັກສາແຫຼ່ງນ້ຳ).
ນອກຈາກນັ້ນ, ຍັງຈະໄດ້ສືບຕໍ່ສໍາຫຼວດ ແລະ ປູກສ້າມຄືນໄມ້ທີ່ປູກເສັ້ນທາງຂຽວ ລະຫວ່າງເຂດແດນເມືອງແກ່ນທ້າວ ຫາ ເມືອງປາກລາຍ (ແຕ່ເຂດບ້ານຫ້ວຍຕໍ ຫາ ບ້ານຫ້ວຍຫຼອດ) ໂດຍເລັ່ງໃສ່ໄມ້ປະດັບ ເປັນຫຼັກ ແລະ ແບ່ງໃຫ້​ແຕ່​ລະ​ບ້ານ​ໃນ​​ທົ່ວ​ເມືອງ​ປູກ​ເປັນ​ຂອງ ລັດ, ​ລວມໝູ່, ຂອງຄອບຄົວ 350 ​ກວ່າເຮັກຕາ 145,000 ​ກ່ວາເບ້ຍ (ຊະນິດພັນໄມ້ມີ: ຢາງພາລາ, ໄມ້ອຸດສາຫະກຳ, ໄມ້ກິນໝາກ, ໄມ້ປ່ອງ ແລະ ໄມ້ອື່ນໆທີ່ມີເງື່ອນໄຂ), ການປູກ ຖ້າປູກເປັນຂອງລັດ ແມ່ນທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈະສະໜອງແນວພັນໄມ້ໃຫ້, ຖ້າປູກເປັນຂອງລວມໝູ່, ຂອງຄອບຄົວປະຊາຊົນ ແມ່ນຕ້ອງໄດ້ຮັບຜິດຊອບຊອກເອງ ແລະ ຍັງຈະສຶບຕໍ່ລົງກໍານົດເຂດຟື້ນຟູປ່າ, ຢູ່ໃນເຂດປ່າປ້ອງກັນແຫຼ່ງນໍ້າ, ປ່າສະຫງວນ, ເຂດທີ່ປະຊາຊົນບຸກລຸກທຳລາຍ (ເຂດສັ່ງຖອນ) ຕາມຕົວ​ເລກແຜນການທີ່​ແຂວງແບ່ງປັນໃຫ້ ບໍ່ໃຫ້ຫຼຸດ 1,300 ເຮັກຕາ. ໃນນີ້, ຟື້ນຟູຢູ່ເຂດປ່າປ້ອງກັນ 1,000 ເຮັກຕາ, ຟື້ນຟູຢູ່ນອກສາມປະເພດປ່າ 300 ເຮັກຕາ.
ຂ່າວ: ແກ່ນທ້າວ.