ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2025,​ ແຂວງຈໍາປາສັກ​ ຈະປ່ອຍປາລົງແຫຼ່ງນໍ້າທຳມະຊາດໃຫ້ໄດ້ຫຼາຍກວ່າ 5 ແສນ​ໂຕ

Jul 7, 2025

ທ່ານ​ ຄໍາ​ ນິລາວົງ ວ່າການຫົວໜ້່ພະແນກກະສິກໍາ ແລະ​ ປ່າໄມ້​ ແຂວງຈໍາປາສັກ​ ຕາງໜ້າໃຫ້ອົງການປົກຄອງແຂວງ ໃຫ້ສໍາພາດ​ໃນວັນທີ​ 7​ ກໍລະກົດ​ 2025​ ນີ້ວ່າ: ເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ວັນທີ 13 ກໍລະກົດ​ ໃຫ້ມີບັນຍາກາດຟົດຟຶ້ນ​ ແລະ​ ມີເນື້ອໃນ​ຄວາມໝາຍ​ເລິກ​ເຊິ່ງ, ໃນປີ​ 2025​ ນີ້ ແຂວງຈໍາປາສັກ​ ໄດ້ວາງແຜນປ່ອຍປາໃນພິທີ​ປ່ອຍປາ​ ຢູ່ນະຄອນປາກເຊ,​ 9 ເມືອງ ແລະ ບັນດາໂຄງການຕ່າງໆ ເຊັ່ນ: ເຂື່ອນໄຟຟ້າເຊປຽນ​ – ເຊນໍ້ານ້ອຍ, ເຂື່ອນໄຟຟ້າດອນເຊໂຮງ ແລະ ອື່ນໆ ຄາດຄະເນຈະປ່ອຍປາລົງແຫຼ່ງນໍ້າທຳມະຊາດໃຫ້ໄດ້ຫຼາຍກວ່າ 5 ແສນ​ໂຕ.​ ນອກນີ້​ ຍັງຈະຊຸກຍູ້ປ່ອຍລ້ຽງໃນໜອງທີ່ສ້າງຂຶ້ນຂອງປະຊາຊົນ ແລະ ການລ້ຽງປາເປັນສິນຄ້າຂອງຜູ້ປະກອບການ ໃຫ້ໄດ້ 51​ ລ້ານ​ 4 ແສນກວ່າໂຕ.​ ສໍາລັບພິທີປ່ອຍປາຂອງແຂວງ ຈະຈັດຂຶ້ນຢູ່ສາຍນໍ້າເຊໂດນ ບໍລິເວນທ່າວັດຫຼວງ​ປາກເຊ, ໃນວັນທີ 10 ກໍລະກົດ 2025 ເຊິ່ງກົງກັບວັນບຸນເຂົ້າພັນສາ​ ແລະ​ ຕາມແຜນຈະປ່ອຍປາໃຫ້ໄດ້ 250.000 ໂຕ,​ ປາທີ່ຈະນໍາມາປ່ອຍແມ່ນປາປາກ, ປາກິນຫຍ້າ​ ແລະ​ ປາຊວາຍ.​
ຍ້ອນແນວນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຂໍເຊີນຊວນ ຄະນະພັກ​ -​ ອົງການປົກຄອງແຂວງ, ນະຄອນ​ -​ ເມືອງ, ພະ​ນັກ​ງານ, ທະ​ຫານ, ຕຳ​ຫຼວດ, ນັກຮຽນ, ນັກສຶກສາ,​ ນັກທຸລະກິດ,​ ຜູ້​ປະກອບ​ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າຊາວແຂວງຈໍາປາສັກ ຈົ່ງເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນໃນການປົກປັກຮັກສາ, ຊຸກຍູ້​ສ້າງ​ຂະ​ບວນການປ່ອຍ​ປາ, ສັດ​ນ້ຳພັນພື້ນເມືອງລາວ ລົງສູ່​ແມ່​ນ້ຳ​ລຳ​ເຊ, ຫ້ວຍ​ໜອງ​ຄອງ​ບຶງ ແລະ ປ່ອຍ​ຕາ​ມ​ໜອງສະລ້ຽງ​ປາ ຂອງບຸກ​ຄົນ ຫຼື ສ່ວນ​ລວມ ​ເພື່ອ​ເຮັດໃຫ້​ມີຄວາມ​ອຸ​ດົມ​ສົມ​ບູນ ​ໄປ​ດ້ວຍ​ປູ​ປາ​ນາ​ນ້ຳ​ ທັງເປັນການປະ​ກອບ​ສ່ວນຄືນຄວາມອຸດົມສົມບູນໃຫ້ກັບທຳມະຊາດ​ ເນື່ອງໃນໂອກາດສະເຫຼີມສະຫຼອງ​ວັນ​ປ່ອຍ​ປາ ແລະ​ ອະນຸລັກ​ສັດນ້ຳ ແຫ່ງ​ຊາດ​ ວັນທີ​13 ກໍລະກົດ.​ ນອກນີ້​ ກໍ​ເພື່ອສ້າງ​ຜົນງານ, ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ​ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟຶ້ນ​ ແລະ​ ມີເນື້ອໃນ​ຄວາມໝາຍ​ເລິກ​ເຊິ່ງ.
ໃນປີ 2024 ຜ່ານມາ,​ ແຂວງ​ຈໍາປາສັກ​ ໄດ້ປ່ອຍປາລົງໃນແຫຼ່ງນໍ້າທໍາມະຊາດ ໃນມື້ຈັດພິທີປ່ອຍປາສ້າງຂະບວນການໃນວັນທີ 13 ກໍລະກົດ ຈໍານວນ 450.000 ໂຕ, ປ່ອຍລ້ຽງໃນໜອງສ້າງຂຶ້ນຂອງປະຊາຊົນ ແລະ ການລ້ຽງປາເປັນສິນຄ້າຂອງຜູ້ປະກອບການ ຈໍານວນ 51​ ພັນກວ່າໂຕ.​
ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ 13 ກໍລະກົດ ເປັນວັນທີ່ພັກ ແລະ ລັດຖະບານ ໄດ້ກໍານົດໃຫ້ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ທີ່ໄດ້ໝູນ​ວຽນບັນ​ຈົບ​ຄົບ​ຮອບ​ 28​ ປີ(13/7​/1997 -​ 13/7​/2025) ແລະ ກົງກັບວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 116 ປີ (13/7​/1909 -​ 13/7​/2025) ເຊິ່ງໃນແຕ່ລະປີ ໃນທົ່ວປະເທດ​ ເວົ້າລວມ,​ ເວົ້າ​ສະເພາະ​ແມ່ນ​ທົ່ວແຂວງ​ຈໍາປາສັກ​ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດ,​ ປົກປັກຮັກສາລະບົບນິເວດ ໃຫ້ມີຄວາມສົມດູນ ແລະ ຍືນຍົງ ທັງເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ສຸພາ​ ນຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.
ຂ່າວ​-ພາບ​: ທູນທອງໃຈ