ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2025 ແຂວງບໍ່ແກ້ວ ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກແລ້ວຫລາຍເຮັກຕາ

Feb 5, 2025

ເພື່ອສືບຕໍ່ຈັດຕັ້ງປະຕິບັດ ແຜນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ແລະ ແຜນສືບ ຕໍ່ຮອດປີ 2025.
ຫ້ອງຕໍາຫຼວດ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ ສົມທົບກັບທີມງານນັກສໍາຫຼວດຝິ່ນຈາກຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ນັກສໍາຫຼວດຝິ່ນ ຈາກ ສປຈີນ, ປກສ ເມືອງປາກທາ ແລະທະຫານກອງພັນໃຫຍ່ 415 ຈໍານວນ 27 ສະຫາຍ ໄດ້ລົງສໍາຫຼວດສ່ວນຝິ່ນທາງພາກພື້ນດິນ ຢູ່ລະ ຫວ່າງ ບ້ານມົກກະຈອກ ຫາ ບ້ານພູສະແຖນ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອນຳເອົາຂໍ້ມູນດ້ານຕ່າງໆ ມາວິເຄາະສົມທຽບກັບການສຳຫຼວດທາງດາວທຽມໃຫ້ມີຄວາມຊັດເຈນທີ່ສຸດໃນດ້ານເຕັກນິກການສໍາຫຼວດ.
ວັນທີ 28 ມັງກອນ 2025ຜ່ານມານີ້ ເຈົ້າໜ້າທີ່ພາກສ່ວນດັ່ງກ່າວ ຈໍານວນ 35 ສະຫາຍ ກໍໄດ້ສືບຕໍ່ລົງກວດກາ ແລະ ທຳ ລາຍສວນຝິ່ນ ຂອງປະຊາຊົນທີ່ລັກລອບປູກ ຢູ່ລະຫວ່າງ ບ້ານມົກກະຈອກ ຫາ ບ້ານພູສະແຖນ ເມືອງປາກທາ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າມີສວນຝິ່ນທີ່ປະຊາຊົນລັກລອບປູກ ມີຈຳນວນ 33 ສວນ ມີເນື້ອທີ່ທັງໝົດ ຈຳນວນ 22,07 ເຮັກຕາ ແຕ່ບໍ່ພົບເຫັນເຈົ້າຂອງສວນ. ໃນນັ້ນສາມາດທຳລາຍຖິ້ມໄດ້ ຈຳ ນວນ 15 ສວນ ມີເນື້ອທີ່ 07 ເຮັກຕາ, ສ່ວນທີ່ຍັງເຫຼືອຈຳນວນ 15,07 ເຮັກຕາ ແມ່ນມອບໃຫ້ ປກຊ ແລະ ປກສ ແຂວງ, ປກຊ- ປກສ ເມືອງປາກທາ ເປັນຜູ້ສືບຕໍ່ທຳລາຍໃຫ້ສຳເລັດ.
ມາຮອດວັນທີ 30 ມັງກອນ 2025 ກໍາລັງ ປກຊ-ປກສ ແຂວງ, ປກຊ-ປກສ ເມືອງປາກທາ ສົມທົບກັບກະສິກໍາປ່າໄມ້ແຂວງ, ກະສິກໍາປ່າໄມ້ເມືອງປາກທາ ແລະ ກໍາລັງກອງຮ້ອຍທະ ຫານຊາຍແດນ 124 ເຂົ້າຮ່ວມທັງໝົດ ຈໍານວນ 157 ສະຫາຍ ໄດ້ລົງກວດກາຂອບເຂດພື້ນທີ່ ການລັກລອບປູກຝິ່ນ ຕາມການສໍາຫຼວດຂໍ້ມູນເທິ່ງແຜນທີ່ເບື້ອງຕົ້ນ ມີເນື້ອທີ່ລວມປະມານ 30,6 ເຮັກຕາ. ພື້ນທີ່ດັ່ງກ່າວຢູ່ບໍລິເວນເປີ້ນພູ ເຊິ່ງກັບຫຼັກຊາຍ ແດນທີ 5 ຊາຍແດນລາວ-ໄທ ເປັນພື້ນທີ່ທໍາການຜະລິດປູກ ຝັງ-ລ້ຽງສັດ, ເຮັດໄຮ່ເກົ່າ ຂອງປະຊາຊົນ ເຊິ່ງມີຕູບພັກເຊົາຈໍານວນ 19 ຕູບ ເປັນເສັ້ນທາງນ້ອຍລຽບຕາມສັນພູ, ບາງບ່ອນຄົດລ້ຽວຂຶ້້ນພູລົງຫ້ວຍ. ດອກຝິ່ນສ່ວນຫຼາຍແມ່ນຢູ່ໃນຊ່ວງກໍາລັງຂີດເອົາຢາງຝິ່ນ ແລະ ກໍາລັງພວມເປັນດອກ ເຊິ່ງພວກເຮົາກໍໄດ້ຈັດຕັ້ງເປັນຮູບແຖວທັງປ້ອງກັນທັງທໍາລາຍເປັນໜ້າກະ ດານ.
ສັງລວມການທໍາລາຍຢູ່ໃນເນື້ອທີ່ 30,6 ເຮັກຕາ ສາມາດທໍາລາຍໄດ້ 18 ເຮັກຕາ ຍັງ 12,6 ເຮັກຕາ ທີ່ບໍ່ໄດ້ທໍາລາຍ ເນື່ອງ ຈາກການເຂົ້າເຖິງເປັນພື້ນທີ່ຫ່າງໄກກັນດານ. ໄລຍະທີ່ກໍາລັງທໍາລາຍສວນຝິ່ນຢູ່ນັ້ນ ແມ່ນບໍ່ໄດ້ພົບເຫັນເຈົ້າຂອງສວນ.
Cr: ນັກຂ່າວ ປກສ ແຂວງບໍ່ແກ້ວ