ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2025 ແຂວງອຸດົມໄຊຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 270,000 ຄົນ.

Feb 14, 2025

ທ່ານ ນາງ ອໍາໄພວອນ ປັນຍາລັກ ຫົວຫນ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວແຂວງອຸດົມໄຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ໃນປີ 2024 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງອຸດົມໄຊ 243,479 ເທື່ອຄົນ ສ້າງລາຍຮັບໄດ້ 13,75 ລ້ານໂດລາ ແລະ ຄາດວ່າປີ 2025 ນີ້ ຈະສູ້ຊົນດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ໃຫ້ 270,000 ຄົນ. ທົ່ວແຂວງມີແຫຼ່ງທ່ອງທ່ຽວຫຼາຍແຫ່ງໃນນັ້ນ ໂດດເດັ່ນກວ່າໝູ່ແມ່ນ ນໍ້າກັດຢໍລະປາ ເມືອງໄຊ, ວັດພະເຈົ້າສິງຄໍາ ເມືອງຫຼາ, ຖໍ້າຈອງອອງ ເມືອງໄຊ, ເລີ ແກຣນ ເມືອງປາກແບງ ແລະ ອື່ນໆ, ຊຶ່ງໃນປີ 2024 ຜ່ານມານີ້ ມີນັກທ່ອງທ່ຽວ ເຂົ້າມາທຽ່ວຊົມແຂວງອຸດົມໄຊ ທັງໝົດ 243,479 ເທື່ອຄົນ (ປະຕິບັດໄດ້ 97%) ໃນນີ້ ນັກທ່ອງທ່ຽວຕ່າງປະເທດ 108,870 ເທື່ອຄົນ, ນັກທ່ອງທ່ຽວພາຍໃນ 134,609 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 13,75 ລ້ານໂດລາສະຫະລັດ (ປະຕິບັດໄດ້ 76,98%), ທຽບໃສ່ປີຜ່ານມາເພີ່ມ 13% .
ນອກຈາກນັ້ນ ໃນ 1 ປີຜ່ານມາ ສາມາດຂະຫຍາຍລະບົບໂທລະໂຄ່ງຂັ້ນບ້ານໄດ້ 9 ບ້ານ ລວມທົ່ວແຂວງ 434 ບ້ານ ລື່ນແຜນການຍ້ອນ ໄດ້ຮັບການສະໜັບ ສະໜູນຈາກສະມາຄົມລ້ຽງເຜິ້ງມອບໃຫ້ 8 ບ້ານ ແລະ ກະຊວງມອບໃຫ້ 1 ບ້ານ; ຂະຫຍາຍຄອບຄົວວັດທະນະທຳໄດ້ 1,493 ຄອບຄົວ, ບ້ານວັດທະນະທໍາໃຫ້ໄດ້ 13 ບ້ານ ລື່ນແຜນການ.
ທ່ານຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງອຸດົມໄຊ ໃຫ້ຮູ້ຕື່ມວ່າ: ທິດທາງແຜນການປີ 2025 ນີ້, ຈະດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ພາຍໃນແຂວງ ໃຫ້ໄດ້ 270,000 ຄົນ ແລະ ຄາດຈະສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 16 ລ້ານໂດລາສະຫະລັດ; ສູ້ຊົນກໍ່ສ້າງຂະຫຍາຍພື້ນຖານໂຄງລ່າງ ແລະ ປະກອບອຸປະກອນພາຫະນະສື່ມວນຊົນຂັ້ນເມືອງ ໃຫ້ພຽງພໍ ແລະ ຂະຫຍາຍລະບົບໂທລະໂຄ່ງຂັ້ນບ້ານໃຫ້ໄດ້ 8 ບ້ານ ໃຫ້ກວມ 412 ບ້ານທົ່ວແຂວງ;ຂະຫຍາຍຄອບຄົວວັດທະນະທໍາ ໃຫ້ໄດ້ 1,500 ຄອບຄົວ, ບ້ານວັດທະນະທຳໃຫ້ໄດ້ 14 ບ້ານ.