ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2026 ຕາດເຍືອງມີຫຼາຍກິດຈະກໍາທີ່ໜ້າສົນໃຈ ດຶງດູດນັກທ່ອງທ່ຽວ

Dec 23, 2025

ໂດຍ: ວັນເພັງ
ບໍລິສັດພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫຼັກ 40 ເມືອງປາກຊ່ອງ ຈໍາກັດ ຈະພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງໃຫ້ມີຫຼາກຫຼາຍກິດຈະກໍາຕື່ມ ໃນປີ 2026 ນີ້ ໂດຍປະຊາຊົນມີສ່ວນຮ່ວມ ສາມາດດຶງດູດນັກທ່ອທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາເຫັນແລ້ວຢາກມາອີກ.
May be an image of newsroom and text May be an image of tree and temple
ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫຼັກ 40 ເມືອງປາກຊ່ອງ ຈໍາກັດ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານມາວ່າ: ສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າຕົກຕາດເຍືອງ ເປັນໜຶ່ງແຫຼ່ງທ່ອງທ່ຽວ ທີ່ສວຍສົດງົດງາມ ທັງເປັນຮູ້ຈັກກັນດີທັງພາຍໃນ ແລະ ຕ່າງປະເທດ. ສະຖານທີ່ແຫ່ງນີ້ນອກຈາກມີຄວາມສວຍສົດງົດງາມນໍ້າຕົກຕາດແລ້ວ, ທ່ານຍັງໄດ້ເຫັນທິວທັດທໍາມະຊາດ ບວກກັບວັດທະນະທໍາທີ່ມີເອກະລັກທ່ອງທ່ຽວ ໂດຍສະເພາະຢູ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງປະຊາຊົນບັນດາເຜົ່າມີຂະບວນການຢ່າງຫ້າວຫັນ ແລະ ຟົດຟື້ນໃນລະດູນີ້ກໍາລັງເກັບກ່ຽວກາເຟ, ທັງສີ, ທັງອິ້ວ ແລະ ອື່ນໆ ຢ່າງເປັນຂະບວນການ. ນອກຈາກນັ້ນ, ສະຖານທີ່ທ່ອງທ່ຽວຫຼາຍໆຈຸດ ໃນເມືອງປາກຊ່ອງຜ່ານມາ ຍັງມີເທດສະການບຸນກາເຟ. ເຫັນວ່າປີນີ້ຂະບວນການທີ່ເປັນຕ້ອງໂສ້ຂອງການພັດທະນາການທ່ອງທ່ຽວ ການທ່ອງທ່ຽວຕິດພັນກັບກະສິກໍາ. ກະສິກໍາຕິດພັນກັບການທ່ອງທ່ຽວ. ນອກຈາກກາເຟແລ້ວ, ຍັງມີການປູກພືດຜັກປອດສານພິດ. ປັດຈຸບັນຍັງມີຫຼາກຫຼາຍຜູ້ປະກອບການ ປູກຕົ້ນໄມ້ໃຫ້ໝາກ ທີ່ນໍາແນວພັນເຂົ້າມາຈາກຕ່າງປະເທດ ມາປູກຢູ່ເມືອງແຫ່ງນີ້ກາຍເປັນຜະລິດຕະພັນທີ່ສົ່ງອອກ. ຍ້ອນວ່າແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຈັດຕັ້ງກຸ່ມປູກພືດຜັກສະອາດປອດສານພິດຢູ່ບ້ານຫຼັກ 40 ທີ່ມີປະຊາຊົນຊາຍແດນຕິດຈອດໃນເຂດທີ່ຂ້າພະເຈົ້າເປັນຜູ້ພັດທະນານໍາພາເຂົາເຈົ້າປູກກາເຟ, ປູກຕົ້ນໄມ້ກິນໝາກ, ປູກຜັກ ເພື່ອມາສະໜອງໃຫ້ຮ້ານອາຫານຢູ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເພື່ອສະໜອງໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມ. ສະນັ້ນ, ສິ່ງນັ້ນກໍແມ່ນສີສັນໜຶ່ງຂອງການທ່ອງທ່ຽວ, ກິດຈະກໍາໜຶ່ງຕິດພັນກັບຂົງເຂດການບໍລິການການທ່ອງທ່ຽວສໍາຄັນ ຊຶ່ງແມ່ນໝາກຫົວໃຈຫຼັກມາທ່ຽວນໍ້າຕົກຕາດງາມ, ທໍາມະຊາດດີ, ການບໍລິການດີ, ອາຫານການກິນປອດສານພິດແລ້ວຍັງມາເຫັນວີຖີຊີວິດການດໍາລົງຊີວິດຂອງປະຊາຊົນ ເປັນຄວາມຊົງຈໍາໜຶ່ງນັກທ່ອງທ່ຽວມາແລ້ວຢາກກັບມາອີກ. ການມາທ່ຽວຕາດເຍືອງຄືກັນກັບມາບ້ານ-ເຮືອນຕົນເອງ ເຫັນບັນຍາກາດທີ່ປະຊາຊົນມີກິດຈະກຳໂດຍການມີສ່ວນຮ່ວມໃນການພັດທະນາ, ເປັນເສົາຫຼັກ ໃນໂຄງປະກອບຂອງການພັດທະນາຢູ່ສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້.
May be an image of one or more people and text No photo description available.
ທ່ານ ນາງ ສອນທິດາ ອຸນາພົມ ໃຫ້ຮູ້ຕື່ມວ່າ: ໃນປີ 2026 ຈະມີແຜນຂະຫຍາຍໃຫ້ປະຊາຊົນ ທີ່ຢູ່ໃນກຸ່ມຂົງເຂດບ້ານຫຼັກ 40 ແລະ ບ້ານໃກ້ຄຽງ, ປະຊາຊົນທີ່ມີພື້ນຖານ, ມີສວນຊາ, ກາເຟ ຈະຈັດໃຫ້ມີຫຼາກຫຼາຍກິດຈະກໍາອື່ນໆ ທີ່ສໍາຄັນ ເພື່ອເຮັດໃຫ້ດຶງດູດນັກທ່ອງທ່ຽວສົນໃຈຢາກມາເບິ່ງມາທ່ຽວຊົມແລ້ວ ສາມາດຊື້ກາເຟ, ພືດຜັກ ແລະ ອື່ນໆ ຕິດໄມ້ຕິດມືກັບບ້ານໄປເປັນຂອງຕ້ອນຂອງຝາກໃຫ້ແກ່ຄອບຄົວໄດ້. ນອກນັ້ນ, ຍັງມີແຜນຊຸກຍູ້-ສົ່ງເສີມໃຫ້ປະຊາຊົນເຮັດກິດຈະກໍາຂົ້ວຊາ ແລະ ຂົ້ວກາເຟ ຂອງສວນຕົນເອງຢູ່ໃນແຫຼ່ງທ່ອງທ່ຽວແຫ່ງນີ້, ບິແບ່ງໃຫ້ແຕ່ລະຄອບຄົວ ມີການຈັດສັນກັນ​ ໜຶ່ງອາທິດຈະມີ 20 ຄອບຄົວ, ໃນ 7 ເຕົາມາຢືນຂົ້ວຊາ ໃຫ້ນັກທ່ອງທ່ຽວໄດ້ຊິມ ແລະ ໄດ້ເຫັນຂັ້ນຕອນ, ກໍາມະວິທີໃນການຂົ້ວ, ການປຸງແຕ່ງແລ້ວມາຊິມຊາ. ກ້າວໄປເຖິງການສ້າງອາຊີບໃຫ້ເຂົາເຈົ້າເປັນຄວາມລຶ້ງເຄີຍ. ນອກຈາກນັ້ນ, ຈະເກັບແຕ່ໃບຊາສົດໄປສົ່ງຂາຍບັນດາໂຮງງານທີ່ຜະລິດຈໍານວນຫຼາຍ ເພື່ອເຮັດໃຫ້ເຂົາເຈົ້າມີລາຍຮັບເພີ່ມ ນອກຈາກການເກັບຍອດຊາໄປຂາຍແລ້ວ ຍັງມີຫຼາຍກິດຈະກໍາເພື່ອໃຫ້ນັກທ່ອງທ່ຽວໄປຍ່າງເລາະຊົມສວນທີ່ປະຊາຊົນປູູກຕື່ມອີກ. ປັດຈຸບັນນໍ້າຕົກຕາດເຍືອງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແຕ່​ລະ​ໄລ​ຍະ​ແລະ​ລະ​ດູ​ການ.